ທ່ານສີຈິ້ນຜິງ: ຕ້ອງເຫັນໄດ້ວ່າພວກເຮົາກຳລັງກ້າວໄປຂ້າງໜ້າ

2024-03-10 16:17:16 CRI



 

ວັນທີ6ມີນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ໄປຢ້ຽມຢາມສະມາຊິກສະພາທີ່ມາຈາກຄະນະກຳມະການປະຕິວັດພັກກົກມິນຕັງຈີນ, ວົງການວິທະຍາສາດເຕັກນິກແລະວົງການສິ່ງແວດລ້ອມແລະຊັບພະຍາກອນ ທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ2ຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ14ຢູ່ນະຄອນຫຼວງປັກກິ່ງ ພ້ອມທັງໄດ້ເຂົ້າຮ່ວມກອງປະຊຸມເປິກສາຫາລືຮ່ວມເພື່ອຮັບຟັງຄຳຄິດຄຳເຫັນ ແລະ ຄຳສະເໜີຂອງບັນດາສະມາຊິກສະພາ.

 

ຢູ່ບົນດິນແດນຈີນໃນທຸກມື້ນີ້ແມ່ນມີເລື່ອງລາວກ່ຽວກັບ “ພູຂຽວນ້ຳໃສ”ກຳລັງເກີດຂຶ້ນ ແລະ ສ້າງຂຶ້ນເປັນຈຳນວນຫຼາຍຈົນນັບບໍ່ຖ້ວນ.

 



ທ້ອງຟ້າສີຄາມຂອງປັກກິ່ງ(ພາບຢູ່ສວນສາທາລະນະຫໍໄຫວ້ຟ້າທຽນຖານປັກກິ່ງເມື່ອວັນທີ23ມັງກອນ2024)

ໃນຂົງເຂດຄຸ້ມຄອງສິ່ງແວດລ້ອມນິເວດ, ທ່ານ ຫວງມຽນຊົງ ສະມາຊິກສະພາເປິກສາການ ເມືອງປະຊາຊົນແຫ່ງຊາດ ເຖິງຈະຍັງໜຸ່ມແຕ່ໄດ້ກາຍເປັນ “ຜູ້ອາວຸໂສ(ມີປະສົບການ)”ແລ້ວ. ໃນເວລາປະກອບຄຳເຫັນ, ລາວໄດ້ເລົ່າສິ່ງທີ່ຕົນເອງໄດ້ຮູ້ໄດ້ເຫັນຢູ່ແຖວໜ້າດ້ານງານວຽກ ຄຸ້ມຄອງສິ່ງແວດລ້ອມນິເວດສູ່ທ່ານສີຈິ້ນຜິງຟັງ.

 

ຕໍ່ກັບເລື່ອງນີ້, ທ່ານສີຈິ້ນຜິງກໍມີຄວາມຮູ້ສຶກຈາກປະສົບການຕົວຈິງເຊັ່ນດຽວກັນ, ເມື່ອຟັງ ຄຳເຫັນຂອງສະມາຊິກສະພາແລ້ວ, ເພິ່ນໄດ້ຄິດເຫັນ “ຟ້າສີຄາມAPEC”ປີ 2014.

   ຄືໃນປີນັ້ນ, ຈີນເປັນປະເທດເຈົ້າພາບຈັດກອງປະຊຸມສຸດຍອດອົງການຮ່ວມມືເສດຖະກິດ ອາຊີປາຊີຟິກຫຼື APEC  ທີ່ນະຄອນຫຼວງປັກກິ່ງ. ໃນເວລາກ່າວຄຳປາໄສຢູ່ງານລ້ຽງ ຕ້ອນຮັບ ຜູ້ນຳປະເທດຕ່າງໆທີ່ມາເຂົ້າຮ່ວມກອງປະຊຸມ, ທ່ານສີຈິ້ນຜິງໄດ້ເວົ້າຢ່າງກົງໄປກົງມາ ວ່າ: “ມີຄົນເວົ້າວ່າ ທ້ອງຟ້າສີຄາມຢູ່ປັກກິ່ງໃນເວລານີ້ເປັນ ‘ຟ້າສີຄາມAPEC’, ສວຍງາມຫຼາຍ ແຕ່ກໍເປັນພຽງພາບຊົ່ວຄາວເທົ່ານັ້ນ, ກາຍໄລຍະນີ້ໄປກໍຈະບໍ່ມີອີກແລ້ວ.” ຕອນນັ້ນ, ໂດຍຢູ່ຕໍ່ໜ້າປະຊາຊົນ ກໍຄືທົ່ວໂລກ, ເພິ່ນໄດ້ໃຫ້ຄຳໝັ້ນສັນຍາອັນລຽບງ່າຍແຕ່ເດັດດ່ຽວວ່າ: “ ນີ້ຈະບໍ່ແມ່ນຟ້າສີຄາມຊົ່ວຄາວທີ່ຜ່ານໄປແບບບໍ່ກັບຄືນມາອີກ, ໃນຕໍ່ໜ້າ ປັກກິ່ງຈະມີຟ້າສີ ຄາມຢ່າງຍາວນານ.”


ສິ່ງນີ້ໄດ້ຖືກນັກສັງເກດການຈຳນວນໜຶ່ງຂອງຕ່າງປະເທດຕີລາຄາວ່າ “ເປັນສິ່ງທີ່ບໍ່ອາດປ່ຽນແປງໄດ້ຖ້າຫາກວ່າບໍ່ໃຊ້ເວລາ30-50ປີ”, ແຕ່ວ່າມັນຊ້ຳພັດບັນລຸການປ່ຽນແປງທີ່ໜ້າປິຕິ ຊົມຊື່ນພາຍໃນໄລຍະເວລາອ່າວສັ້ນທີ່ໜ້າງຶດງໍ້ຈາກການບຸກບືນສູ້ຊົນຢ່າງບໍ່ລົດລະໃນຍຸກໃໝ່. ຄືສາມາດເຫັນໄດ້ໃນຂະນະທີ່ພວມດຳເນີນກອງປະຊຸມ, ຢູ່ນອກຫໍປະຊຸມ, ທ້ອງຟ້າປອດໂປ່ງ ສົດໃສ ບັນຍາກາດລະດູໃບໄມ້ປົ່ງກຳລັງເຂັ້ມຂຸ້ນ.

 

“ຕອນນັ້ນ, ຄົນທັງຫຼາຍມັກຈົ່ມຢູ່ເລື້ອຍໆຕໍ່ອາກາດໝອກຄວັນພິດຂອງປັກກິ່ງ, ແຕ່ຂ້າພະເຈົ້າ ເຫັນວ່າ ເລື່ອງນີ້ຕ້ອງເບິ່ງໃນໄລຍະຍາວ.” ທ່ານສີຈິ້ນຜິງໄດ້ຫວນຄືນຫຼັງເລື່ອງລາວໃນອະດີດ, ພາຍຸຊາຍຢູ່ປັກກິ່ງໄດ້ສ້າງພາບປະທັບໃຈຢ່າງເລິກເຊິ່ງໃຫ້ເພິ່ນໃນຕອນຍັງເປັນເດັກນ້ອຍ. “ພໍ ຮອດລະດູໃບໄມ້ປົ່ງແມ່ນຕ້ອງໃສ່ຜ້າອັດປາກອັດດັງ, ຢູ່ຜ້າອັດປາກແມ່ນເຕັມແຕ່ຂີ້ຝຸ່ນຊັ້ນໜຶ່ງ. ເມື່ອເວລາເຮືອນເປີດປ່ອງຢ້ຽມມື້ໜຶ່ງ ພື້ນເຮືອນແມ່ນເຕັມແຕ່ຂີ້ຝຸ່ນໝົດ.”

 

   ເລົ່າມາຮອດນີ້, ເພິ່ນໄດ້ເວົ້າກັບບັນດາສະມາຊິກສະພາດ້ວຍຄວາມນຸ້ມນວນວ່າ: “ພາຍຸຊາຍໃນເມື່ອກ່ອນກໍປຽບເໝືອນPM250, ພວກເຮົາຂ້າມຜ່ານຈາກ PM250 ຈົນມາຮອດ PM2,5 ປັດຈຸບັນ, PM2,5ກໍສາມາດແກ້ໄຂໄດ້ໂດຍພື້ນຖານແລ້ວ, ຫຼາຍປີຜ່ານມານີ້ ພວກເຮົາແມ່ນໄດ້ກ້າວໄປຂ້າງໜ້າເທື່ອລະກ້າວ. ”

 



ວັນທີ6ມີນານີ້, ທ່ານສີຈິ້ນຜິງ ໄດ້ໄປຢ້ຽມຢາມສະມາຊິກສະພາທີ່ມາຈາກຄະນະກຳມະການປະຕິວັດພັກກົກມິນຕັງຈີນ, ວົງການວິທະຍາສາດເຕັກນິກແລະວົງການສິ່ງແວດລ້ອມແລະຊັບພະຍາກອນ ທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ2ຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ14ຢູ່ນະຄອນຫຼວງປັກກິ່ງ ພ້ອມທັງໄດ້ເຂົ້າຮ່ວມກອງປະຊຸມເປິກສາຫາລືຮ່ວມເພື່ອຮັບຟັງຄຳຄິດຄຳເຫັນ ແລະ ຄຳສະເໜີຂອງບັນດາສະມາຊິກສະພາ.


ບັນຫາສິ່ງແວດລ້ອມນິເວດ ເປັນສິ່ງທົດສອບສາຍຕາຂອງປະຫວັດສາດ ພ້ອມທັງພິສູດເຖິງ ຄວາມເຂັ້ມແຂງດ້ານການພັດທະນາຕື່ມອີກ. ປະຕິບັດຕົວຈິງ, ຮັບຮູ້, ປະຕິບັດຕົວຈິງອີກ, ຮັບຮູ້ອີກ, ທ່ານສີຈິ້ນຜິງໄດ້ລົງເລິກຄົ້ນຄິດແລະສະຫຼຸບເຫດຜົນດ້ານເລິກ: “ຂໍພຽງແຕ່ເຫັນໄດ້ວ່າ ພວກເຮົາກຳລັງກ້າວໄປຂ້າງໜ້າ ກໍຕ້ອງຮັກສາຄວາມໜັກແໜ້ນ. ອີກຢ່າງໜຶ່ງ, ຢ່າມີແຕ່ຕຳໜິ, ຊີ້ນີ້ວຊີ້ມື, ຫາກຕ້ອງມີການເຄື່ອນໄຫວແລະເຮັດແທ້ທຳຈິງ.”

 

ການປະຕິບັດຕົວຈິງເໜືອກວ່າຄວາມເວົ້າ. ເນື່ອງໃນໂອກາດທີ່ການສ້າງຄວາມສີວິໄລດ້ານ ນິເວດໄດ້ເກີດມີການປ່ຽນແປງລັກສະນະປະຫວັດສາດ, ລັກສະນະບາດລ້ຽວ ແລະລັກສະນະ ໂດຍລວມ, ທ່ານສີຈິ້ນຜິງໄດ້ສຸມສາຍຕາໃສ່ອະນາຄົດທີ່ຍາວໄກແລະຍືນຍົງກວ່າເກົ່າ: “ວຽກນີ້ ຍັງເຮັດບໍ່ທັນໄດ້ຫຼາຍເທົ່າທີ່ຄວນ,  ເປັນໜ້າທີ່ໜັກໜ່ວງຍາວນານ, ປັດຈຸບັນຍັງຕ້ອງສືບ ຕໍ່ເຮັດວຽກນີ້ໃຫ້ດີ”

 

ການທີ່ທ່ານສີຈິ້ນຜິງໄປຄົ້ນຄວ້າພິຈາລະນາກັບຄະນະຜູ້ແທນສະມາຊິກສະພາທີ່ເຂົ້າຮ່ວມກອງປະຊຸມສະພາປະຊາຊົນແຫ່ງຊາດແລະກອງປະຊຸມສະພາເປິກສາການເມືອງປະຊາຊົນແຫ່ງຊາດຫຼື ກອງປະຊຸມສອງສະພາຂອງຈີນ, ຈຸດປະສົງແມ່ນເພື່ອຮັບຟັງ, ຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີຂອງສະມາຊິກສະພາທີ່ມາຈາກວົງການຕ່າງໆແລະທຸກສາຂາອາຊີບ. ໃນເວລາປະກອບຄຳເຫັນ, ທ່ານນາງ ຫູຊົງສິນ ສະມາຊິກສະພາເປິກສາການເມືອງປະຊາຊົນແຫ່ງຊາດໄດ້ຊີ້ແຈງເຖິງຈຸດອ່ອນໃນດ້ານການແກ້ໄຂມົນລະພິດໃໝ່. ຕໍ່ກັບຫົວຂໍ້ນີ້ ທ່ານສີຈິ້ນຜິງແມ່ນໄດ້ເອົາໃຈໃສ່ຕິດຕາມມາແຕ່ດົນແລ້ວ: “ດຽວນີ້ ການສະເໜີໃຫ້ແກ້ໄຂ ມົນລະພິດໃໝ່ແມ່ນທັນການຫຼາຍ”

 



ທ່ານນາງ ຫູຊົງສິນ ສະມາຊິກສະພາເປິກສາການເມືອງປະຊາຊົນແຫ່ງຊາດປະກອບຄຳເຫັນໃນກອງປະຊຸມ


ບັນຫາໃໝ່ໃນດ້ານສິ່ງແວດລ້ອມນິເວດແມ່ນເບິ່ງຂ້າມບໍ່ໄດ້. ມົນລະພິດດ້ານສີແສງຕ່າງໆ, ມົນລະພິດສີຂາວ, ສິ່ງເສດເຫຼືອຂະໜາດນ້ອຍຈາກປາລາສະຕິກໃນທະເລ, ປະກາລັງຖືກທຳລາຍ, ທຸກສິ່ງທຸກຢ່າງນີ້ລ້ວນແຕ່ເປັນໜ້າກັງວົນຫຼາຍ.

 

ຂະນະດຽວກັນ, “ການແກ້ໄຂມົນລະພິດ, ບັນຫາອັນເກົ່າຍັງມີຫຼາຍຢູ່, ຕົວຢ່າງວ່າ ການບຳບັດ ສິ່ງເສດເຫຼືອທີ່ເປັນວັດຖຸແຂງ, ເຄີຍມີຄົນພັນລະນາແບບນີ້ວ່າ ຕົວເມືອງນຳເອົາໄປຖິ້ມ ຢູ່ຊົນນະບົດ, ສ່ວນຊົນນະບົດແມ່ນນຳເອົາໄປຖິ້ມໃສ່ເສັ້ນທາງ.” ທ່ານສີຈິ້ນຜິງໄດ້ຍົກໃຫ້ເຫັນ ຈາກການແກ້ໄຂຂີ້ເຫຍື້ອ ຈົນຮອດ ມົນລະພິດດ້ານສານໂລຫະໜັກຂອງທີ່ດິນ, ການລັກ ລອບລະບາຍນ້ຳເປື້ອນລົງສູ່ແມ່ນ້ຳໂດຍກົງ. ເພິ່ນເວົ້າວ່າ: “ມັນລົດລະບໍ່ໄດ້ແມ່ນແຕ່ວິນາທີ ດຽວກໍຕາມ, ຖ້າຫາກລົດລະກໍຈະເສຍງານ. ຜູ້ຄົນທັງຫຼາຍແມ່ນມີສະຕິຮັກສາສິ່ງແວດລ້ອມ ນິເວດຢູ່, ແຕ່ບາງເທື່ອກໍເພື່ອສະແຫວງຫາຜົນປະໂຫຍດ. ເມື່ອມີກົດໝາຍແລ້ວ, ແຕ່ຄວນປະຕິບັດແນວໃດ, ຕິດຕາມຄຸ້ມຄອງແນວໃດ, ວຽກງານຫຼາຍດ້ານເຫຼົ່ານີ້ແມ່ນຕ້ອງເຮັດໃຫ້ ທວງທັນກັບສະພາບການ.”

 

ທ່ານສີຈິ້ນຜິງໄດ້ເວົ້າດ້ວຍຄວາມສຳຄັນວ່າ: “ບັນຫາເຫຼົ່ານີ້ຕ້ອງແກ້ໄຂແນວໃດ? ບໍ່ແມ່ນ ວ່າບັນຫາອັນເກົ່າຍັງບໍ່ທັນແກ້ໄຂໝົດ, ບັນຫາອັນໃໝ່ແມ່ນສາມາດໂຈະໄວ້ກ່ອນ. ການແກ້ໄຂບັນຫາເກົ່າແມ່ນໜ້າທີ່ອັນຮີບດ່ວນທີ່ສຸດ, ແຕ່ກໍຕ້ອງເອົາໃຈໃສ່ບັນຫາໃໝ່ ຕ້ອງເຮັດໄປພ້ອມກັນ”

 

ມຸ່ງໝັ້ນສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ, ຂອດທີ່ເປັນບັນຫາດ້ານສິ່ງແວດລ້ອມນິເວດ ກໍເປັນຈຸດບຸກທະລຸໃນດ້ານວິທະຍາສາດເຕັກນິກ. “ການປົກປັກຮັກສາສິ່ງແວດລ້ອມໃນລະດັບ ສ່ວນໃຫຍ່ແມ່ນຕ້ອງອີງໃສ່ວິທະຍາສາດເຕັກນິກ” ທ່ານສີຈິ້ນຜິງໄດ້ຍົກເອົາ ລົດພະລັງງານ ໃໝ່ມາເປັນຕົວຢ່າງບັນຍາຍເຖິງ ວິທະຍາສາດເຕັກນິກໄດ້ເສີມສ້າງຄວາມເຂັ້ມແຂງ ໃນການ ປັບປຸງສິ່ງແວດລ້ອມນິເວດ. ເພິ່ນອຸທານຂຶ້ນມາວ່າ “ນີ້ຄືການປະກອບສ່ວນຢ່າງໃຫຍ່ຫຼວງ ຕໍ່ການປົກປັກຮັກສາສິ່ງແວດລ້ອມໄດ໋”

 

ການພັດທະນາດ້ວຍຄຸນນະພາບສູງທີ່ມີສ່ວນປະກອບສູງຈາກສີຂຽວ, ຫົວຂໍ້ໜຶ່ງທີ່ພວກເຮົາ ພວມປະເຊີນຢູ່ໃນຍຸກປັດຈຸບັນນີ້ກໍແມ່ນຫັນຄວາມສາມາດດ້ານການປະດິດສ້າງທາງດ້ານວິທະຍາສາດເຕັກນິກໃຫ້ເປັນກຳລັງການຜະລິດໃນຄຸນນະພາບໃໝ່. ໃນກອງປະຊຸມເປິກສາຫາ ລືຮ່ວມຂອງຈຸສະມາຊິກສະພາຄັ້ງນີ້, ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນຢ່າງຊັດເຈນວ່າ: “ທ່າອ່ຽງນີ້ ກໍຄືທິດທາງນີ້ແມ່ນຖືກຕ້ອງແລ້ວ. ແຕ່ຄວນເລັ່ງປະຕິບັດໄປອີກ, ໃນນີ້ແມ່ນພົວພັນເຖິງ ນະໂຍບາຍກະຕຸ້ນຫຼາຍຢ່າງ, ທັງໝົດນີ້ລ້ວນແລ້ວແຕ່ກຳລັງພິຈາລະນາແລະຊຸກຍູ້ສົ່ງເສີມຢູ່”