ກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ໄດ້ຮັບຂໍ້ສະເໜີ 298 ສະບັບ

2024-03-10 15:29:09 cri

ວັນທີ 9 ມີນານີ້, ນັກຂ່າວໄດ້ຮັບຂໍ້ມູນຈາກກອງເລຂາຂອງກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ວ່າ: ນັບມາຮອດເວລາ 12 ໂມງຂອງວັນທີ 8 ມີນານີ້ ເຊິ່ງເປັນເວລາສິ້ນສຸດການຍື່ນຂໍ້ສະເໜີຈາກຜູ້ແທນສະພາປະຊາຊົນທີ່ກຳນົດໂດຍຄະນະປະທານກອງປະຊຸມ, ກອງເລຂາຂອງກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ໄດ້ຮັບຂໍ້ສະເໜີຈາກຜູ້ແທນຈຳນວນ 298 ສະບັບ. ນອກນີ້, ຍັງໄດ້ຮັບຄຳສະເໜີ, ຄຳຕຳໜິຕິຕຽນ ແລະຄຳເຫັນຫຼາຍກວ່າ 7.000 ສະບັບຈາກບັນດາຜູ້ຜູ້ແທນທີ່ມີຕໍ່ວຽກງານດ້ານຕ່າງໆ.