ອ່ານເຂົ້າໃຈຈີນຈາກປະຊາທິປະໄຕໃນກອງປະຊຸມສອງສະພາຂອງຈີນ

2024-03-11 15:40:07 cri

ປະຊາທິປະໄຕປະຊາຊົນທົ່ວຂະບວນການຂອງຈີນ ແມ່ນປະຊາທິປະໄຕທີ່ສະແຫວງຫາຜົນປະໂຫຍດໃຫ້ແກ່ປະຊາຊົນຢ່າງແທ້ຈິງ. ກອງປະຊຸມປະຈຳປີຂອງສອງສະພາຂອງຈີນ ແມ່ນປ່ອງຢ້ຽມທີ່ສຳຄັນສຳລັບວົງການພາຍນອກໄດ້ສັງເກດ ແລະ ຮັບຮູ້ເຖິງປະຊາທິປະໄຕປະຊາຊົນທົ່ວຂະບວນການຂອງຈີນ.


ກອງປະຊຸມສອງສະພາໃນປີນີ້, ມີຜູ້ແທນສະພາປະຊາຊົນແຫ່ງຊາດຈີນເກືອບ 3.000 ທ່ານ ແລະ ກຳມະການສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ 2.100 ກວ່າທ່ານ ໄດ້ມາເຕົ້າໂຮມກັນຢູ່ນະຄອນຫຼວງປັກກິ່ງ, ໄດ້ນຳເອົາຄວາມປາຖະໜາຂອງປະຊາຊົນມາເຂົ້າຮ່ວມກອງປະຊຸມສອງສະພາ ທີ່ເປັນເວທີເຂົ້າຮ່ວມການເຄື່ອນໄຫວທາງການເມືອງແລະເປິກສາຫາລືທາງການເມືອງທີ່ສຳຄັນທີ່ສຸດຂອງຈີນ, ປະກອບຄວາມເຫັນ ແລະ ຂໍ້ສະເໜີໃຫ້ແກ່ການພັດທະນາ ແລະ ຄວາມກ້າວໜ້າຂອງປະເທດ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມມີຊີວິດຊີວາຂອງປະຊາທິປະໄຕແບບຈີນຕໍ່ວົງການພາຍນອກອີກຄັ້ງໜຶ່ງ.


ລັກສະນະພິເສດອັນພົ້ນເດັ່ນຂອງຜູ້ແທນ ແລະ ກຳມະການທັງຫຼາຍແມ່ນ: ຖານະ ແລະ ຕຳແໜ່ງງານມີລັກສະນະກວ້າງຂວາງ ແລະ ມາຈາກຂະແໜງການຕ່າງໆ ເຊິ່ງເຮັດໃຫ້ພວກທ່ານມີຄວາມອ່ອນໄຫວເປັນພິເສດຕໍ່ສະພາບການພັດທະນາຂອງເສດຖະກິດສັງຄົມ. ຮ່າງມະຕິ ແລະ ຂໍ້ສະເໜີຂອງຜູ້ແທນ ແລະ ກຳມະການທັງຫຼາຍໄດ້ລວມສູນສ່ອງແສງໃຫ້ເຫັນເຖິງບັນຫາໃນປັດຈຸບັນ ແລະ ບັນຫາທີ່ອາດຈະເກີດຂຶ້ນໃນອະນາຄົດແຫ່ງການພັດທະນາເສດຖະກິດສັງຄົມຂອງຈີນ.

ຕາມສະຖິຕິ, ຂໍ້ສະເໜີ ແລະ ຮ່າງມະຕິທີ່ພາກສ່ວນຕ່າງໆໃນຄະນະລັດຖະບານຈີນຮັບເອົາໃນໄລຍະຈັດກອງປະຊຸມສອງສະພາໃນປີກາຍ ມີຫຼາຍກວ່າ 12.000 ສະບັບ, ທັງໝົດເຫຼົ່ານີ້ລ້ວນແຕ່ໄດ້ຮັບການແກ້ໄຂຕາມເວລາກຳນົດ. ພາກສ່ວນຕ່າງໆໄດ້ເຫັນດີນຳຄວາມເຫັນ ແລະ ຂໍ້ສະເໜີ ທີ່ຜູ້ແທນ ແລະ ກຳມະການທັງຫຼາຍສະເໜີອອກມາເກືອບ 4.700 ຂໍ້, ໄດ້ວາງນະໂຍບາຍ ແລະ ມາດຕະການທີ່ກ່ຽວຂ້ອງ 2.000 ກວ່າລາຍການ ເຊິ່ງໄດ້ຊຸກຍູ້ການພັດທະນາເສດຖະກິດຈີນດ້ວຍຄຸນນະພາບສູງ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງແຂງແຮງ. ນອກນີ້, “ບໍລິເວນທາງຍ່າງສະເພາະເພື່ອໃຫ້ສຳພາດຂອງລັດຖະມົນຕີ”, “ບໍລິເວນທາງຍ່າງສະເພາະເພື່ອໃຫ້ສຳພາດຂອງຜູ້ແທນ” ແລະ “ບໍລິເວນທາງຍ່າງສະເພາະເພື່ອໃຫ້ສຳພາດຂອງກຳມະການ” ໃນກອງປະຊຸມສອງສະພາປີນີ້ ໄດ້ຕອບຄຳຖາມຂອງນັກຂ່າວ ໂດຍປິ່ນອ້ອມແນວທາງນະໂຍບາຍສຳຄັນຕ່າງໆຂອງລັດຖະບານ ເຊິ່ງໄດ້ເປີດກວ້າງຊ່ອງທາງສົນທະນາກັບປະຊາຊົນ.


ນັກວິເຄາະຫຼາຍທ່ານເຫັນວ່າ, ການພັດທະນາ ແລະ ຄວາມກ້າວໜ້າຂອງຈີນໃນປັດຈຸບັນ, ບໍ່ພຽງແຕ່ໄດ້ປະສົບຜົນສຳເລັດດ້ານການພັດທະນາເສດຖະກິດເທົ່ານັ້ນ, ແຕ່ຍັງໄດ້ປະສົບຜົນສຳເລັດດ້ານລະບອບການເມືອງປະຊາທິປະໄຕອີກດ້ວຍ.