ກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ຈະປິດລົງໃນວັນທີ 11 ມີນານີ້

2024-03-11 10:18:31 cri

 ຕອນເຊົ້າວັນທີ 11 ມີນານີ້, ບັນດາຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ຈັດກອງປະຊຸມໜ່ວຍຜູ້ແທນ ພ້ອມທັງຈັດກອງປະຊຸມຄັ້ງທີ 4 ຂອງຄະນະປະທານກອງປະຊຸມຂຶ້ນທີ່ຫໍສະພາປະຊາຊົນແຫ່ງຊາດຢູ່ນະຄອນຫຼວງປັກກິ່ງ.

   ເວລາ 15 ໂມງຂອງວັນທີ 11 ມີນານີ້, ກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ຈະຈັດພິທີປິດປະຊຸມເພື່ອລົງຄະແນນສຽງຮັບຮອງຮ່າງມະຕິຕົກລົງວ່າດ້ວຍບົດລາຍງານວຽກງານລັດຖະບານ, ຮ່າງກົດໝາຍການຈັດຕັ້ງຄະນະລັດຖະບານສປຈີນ, ຮ່າງມະຕິຕົກລົງວ່າດ້ວຍສະພາບການປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດປີ 2023 ແລະແຜນພັດທະນາເສດຖະກິດສັງຄົມແຫ່ງຊາດປີ 2024, ຮ່າງມະຕິຕົກລົງວ່າດ້ວຍສະພາບການປະຕິບັດແຜນງົບປະມານສູນກາງແລະທ້ອງຖິ່ນປີ 2023 ແລະແຜນງົບປະມານສູນກາງແລະທ້ອງຖິ່ນປີ 2024, ຮ່າງມະຕິຕົກລົງວ່າດ້ວຍບົດລາຍງານວຽກງານຄະນະກຳມະການປະຈຳສະພາປະຊາຊົນແຫ່ງຊາດ, ຮ່າງມະຕິຕົກລົງວ່າດ້ວຍບົດລາຍງານວຽກງານສານປະຊາຊົນສູງສຸດ ແລະຮ່າງມະຕິຕົກລົງວ່າດ້ວຍບົດລາຍງານວຽກງານອົງການໄອຍະການປະຊາຊົນສູງສຸດ.