ໃນສອງເດືອນຕົ້ນປີນີ້, ລົດໄຟຂົນສົ່ງສິນຄ້າຈີນ-ເອີຣົບໄດ້ແລ່ນລົດ 2.928 ຂະບວນ

2024-03-11 14:33:48 cri


ກຸ່ມບໍລິສັດທາງລົດໄຟຈີນຈຳກັດເປີດເຜີຍໃຫ້ຮູ້ໃນວັນທີ 10 ມີນານີ້ວ່າ: ໃນສອງເດືອນຕົ້ນປີນີ້, ລົດໄຟຂົນສົ່ງສິນຄ້າຈີນ-ເອີຣົບໄດ້ແລ່ນລົດ 2.928 ຂະບວນ, ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຂົນສົ່ງສິນຄ້າ 317.000 ຕູ້ມາດຕະຖານ, ໄດ້ເພີ່ມຂຶ້ນ 10%. ນັບມາຮອດທ້າຍເດືອນກຸມພາແລ້ວນີ້, ມີຕົວເມືອງທີ່ເລີ່ມຕົ້ນຈາກປະເທດຈີນຂອງລົດໄຟຂົນສົ່ງສິນຄ້າຈີນ-ເອີຣົບບັນລຸເຖິງ 120 ຕົວເມືອງ, ສາມາດຂົນສົ່ງສິນຄ້າໄປເຖິງ 219 ຕົວເມືອງຂອງ 25 ປະເທດເອີຣົບ.