ປະເທດໄທຄາດຄະເນວ່າປີນີ້ຈະມີນັກທ່ອງທ່ຽວຕ່າງປະເທດໄປທ່ຽວປະເທດໄທເຖິງ 36 ລ້ານເທື່ອຄົນ

2024-03-11 14:31:45 cri


ວັນທີ 9 ມີນານີ້, ສູນຄົ້ນຄວ້າກະສິກອນໄທເຜີຍແຜ່ບົດລາຍງານໃຫ້ຮູ້ວ່າ: ຄາດວ່າປີ 2024 ໄທຈະຕ້ອນຮັບນັກທ່ອງທ່ຽວຕ່າງປະເທດເຖິງ 36 ລ້ານເທື່ອຄົນ.

ອີງຕາມຕົວເລກສະຖິຕິຂອງກະຊວງທ່ອງທ່ຽວ ແລະ ກິລາໄທ, ໃນສອງເດືອນຕົ້ນປີນີ້, ນັກທ່ອງທ່ຽວຈາກມາເລເຊຍ, ຣັດເຊຍ, ສ.ເກົາຫຼີ, ອິນເດຍ, ເຢຍລະມັນ, ຝຣັ່ງ, ອາຣັບບີຊາອູດິດ ແລະອິນໂດເນເຊຍທີ່ໄປທ່ຽວປະເທດໄທໄດ້ເພີ່ມຂຶ້ນຮອດລະດັບໃນປີ 2019 ທີ່ຍັງບໍ່ທັນໄດ້ເກີດການແພ່ລະບາດຂອງພະຍາດໂຄວິດ-19.