ຝົນຕົກແຮງຢູ່ອິນໂດເນເຊຍເຮັດໃຫ້ມີຜູ້ເສຍຊີວິດ 26 ຄົນເສຍຊີວິດ ແລະອີກ 11 ຄົນຫາຍສາບສູນ

2024-03-12 14:36:24 cri

ອົງການຕ້ານໄພພິບັດແຫ່ງຊາດອິນໂດເນເຊຍເປີດເຜີຍໃຫ້ຮູ້ໃນວັນທີ 11 ມີນານີ້ວ່າ: ໄພນ້ຳຖ້ວມ ແລະ ດິນພູເຈື່ອນທີ່ເກີດຂຶ້ນຢູ່ແຂວງຊູມັດຕຣາຍ້ອນຝົນຕົກແຮງໄດ້ເຮັດໃຫ້ມີຜູ້ເສຍຊີວິດ 26 ຄົນ ແລະອີກ 11 ຄົນຫາຍສາບສູນ.

ໂຄສົກຂອງອົງການຕ້ານໄພພິບັດແຫ່ງຊາດອິນໂດເນເຊຍກ່າວວ່າ: ນັບແຕ່ວັນທີ 7 ມີນາເປັນຕົ້ນມາ, ຫຼາຍແຫ່ງຂອງແຂວງຊູມັດຕຣາລວມທັງນະຄອນປາດົງເທດສະບານແຂວງໄດ້ເກີດໄພນ້ຳຖ້ວມ ແລະ ດິນພູເຈື່ອນຍ້ອນຝົນຕົກແຮງ, ຢ່າງໜ້ອຍເຮັດໃຫ້ 39.000 ຄົນຖືກປະສົບໄພ. ປັດຈຸບັນ, ອົງການຕ້ານໄພພິບັດພວມຮ່ວມມືກັບອົງການປົກຄອງທ້ອງຖິ່ນ, ແຈກຢາຍເຄື່ອງຊ່ວຍຕ້ານໄພໃຫ້ແກ່ປະຊາຊົນ, ແລະ ເລັ່ງຂະບວນການກູ້ໄພ.