ພິມຈຳໜ່າຍປຶ້ມ “ບົດນິພົນເລືອກເຟັ້ນຂອງທ່ານສີຈິ້ນຜິງ”ເຫຼັ້ມ1-2 ສະບັບພາສາອັງກິດ

2024-03-12 12:16:48 cri

ປຶ້ມ “ບົດນິພົນເລືອກເຟັ້ນຂອງທ່ານສີຈິ້ນຜິງ”ເຫຼັ້ມ1-2 ສະບັບພາສາອັງກິດ ເຊິ່ງຈັດພິມໂດຍສຳນັກພິມຈຳໜ່າຍປຶ້ມພາສາຕ່າງປະເທດຂອງຈີນໄດ້ອອກຈຳໜ່າຍຢູ່ພາຍໃນປະເທດຈີນແລະຕ່າງປະເທດ.

ປຶ້ມ “ບົດນິພົນເລືອກເຟັ້ນ ຂອງທ່ານສີຈິ້ນຜິງ”ເຫຼັ້ມ1-2 ແມ່ນໄດ້ຮິບໂຮມເອົາບົດພິພົນສຳຄັນຂອງທ່ານສີຈິ້ນຜິງ ເລຂາທິການ ໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໃນລະຫວ່າງເດືອນພະຈິກປີ2012ຫາເດືອນຕຸລາປີ2022. ໃນນີ້, ການພິມຈຳໜ່າຍສະບັບພາສາອັງກິດ ຈະຊ່ວຍຜູ້ອ່ານຕ່າງປະເທດຮັບຮູ້ແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ຢ່າງເປັນລະບົບ ເຊິ່ງມີຄວາມໝາຍສຳຄັນຕໍ່ປະຊາຄົມໂລກໃນການເພີ່ມຄວາມຮັບຮູ້ແລະເຂົ້າໃຈຄວາມທັນສະໄໝແບບຈີນແລະອະລິຍະທຳຈີນຍຸກປັດຈຸບັນ.