ກອງປະຊຸມສອງສະພາຂອງຈີນສົ່ງສັນຍານອັນຕັ້ງໜ້າຕໍ່ໂລກວ່າ: ເສດຖະກິດຈີນຈະພັດທະນາໄປຕາມທ່ວງທ່າທີ່ດີໃນໄລຍະຍາວນານ

2024-03-12 15:28:47 cri

ໃນໄລຍະຈັດກອງປະຊຸມຄັ້ງທີ 2 ສະໄໝທີ 14 ຂອງສະພາປະຊາຊົນແຫ່ງຊາດຈີນ ແລະ ກອງປະຊຸມຄັ້ງທີ 2 ສະໄໝທີ 14 ຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນປີ 2024 ທີ່ຫາກໍປິກລົງໃນວັນທີ 10-11 ມີນານີ້, ຈີນໄດ້ວາງເປົ້າໝາຍໃໝ່ ແລະ ມາດຕະການໃໝ່ຕ່າງໆ ເຊັ່ນ: “ລວມຍອດຜະລິດຕະພັນພາຍໃນ ຫຼື GDP ເພີ່ມຂຶ້ນປະມານ 5%” “ພັດທະນາກຳລັງການຜະລິດຮູບແບບໃໝ່ໂດຍອີງຕາມສະພາບຕົວຈິງຂອງທ້ອງຖິ່ນ” “ລົງເລິກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກດ້ວຍຄວາມຕັດສິນໃຈ ແລະ ກຳລັງແຮງຫຼາຍກວ່າເກົ່າ” “ເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ” ແລະອື່ນໆ ເຊິ່ງໄດ້ສົ່ງສັນຍານອັນຕັ້ງໜ້າຕໍ່ໂລກວ່າ: ເສດຖະກິດຈີນຈະພັດທະນາໄປຕາມທ່ວງທ່າທີ່ດີໃນໄລຍະຍາວນານ ພ້ອມທັງຄອງຄອຍການພັດທະນາດ້ວຍຄຸນນະພາບສູງຂອງຈີນຈະສ້າງໂອກາດຫຼາຍກວ່າເກົ່າໃຫ້ແກ່ໂລກ.

ໃນໜຶ່ງປີຜ່ານມາ, ກຳລັງຂັບເຄື່ອນຂອງການເຕີບໂຕຂອງເສດຖະກິດໂລກບໍ່ພຽງພໍ, ບັນຫາຈຸດສຸມໃນພາກພື້ນເກີດຂຶ້ນເລື້ອຍໆ, ຄວາມສັບສົນ, ຄວາມຂ້ຽວຂາດ ແລະ ຄວາມບໍ່ແນ່ນອນຂອງສະພາບແວດລ້ອມພາຍນອກນັບມື້ນັບສູງຂຶ້ນ. ຂະບວນການຟື້ນຕົວຄືນໃໝ່ ແລະ ພັດທະນາໄປຕາມທ່ວງທ່າທີ່ດີຂອງເສດຖະກິດຈີນກໍໄດ້ປະເຊີນໜ້າກັບສິ່ງທ້າທາຍຕ່າງໆນາໆ. ໂດຍປະເຊີນໜ້າກັບສະພາບການດັ່ງກ່າວ, ເສດຖະກິດຈີນໄດ້ຜ່ານຜ່າຄວາມກົດດັນ, ເພີ່ມທະວີການຄຸ້ມຄອງດ້ານມະຫາພາກ, ການເຄື່ອນໄຫວຂອງເສດຖະກິດສືບຕໍ່ໄປຕາມທິດທາງທີ່ດີ.

ສະພາບແວດລ້ອມການພັດທະນາຂອງຈີນຍັງປະເຊີນໜ້າກັບໂອກາດຍຸດທະສາດ ແລະ ສິ່ງທ້າທາຍຄົງຕົວໄປພ້ອມກັນ. ເງື່ອນໄຂທີ່ມີຜົນດີມີຫຼາຍກວ່າປັດໄຈທີ່ມີຜົນຮ້າຍ. ຍ້ອນແນວນີ້, ວິສາຫະກິດຂ້າມຊາດຈຳນວນບໍ່ໜ້ອຍຈຶ່ງໄດ້ເລືອກເພີ່ມການລົງທຶນຢູ່ຈີນ, ຮ່ວມກັນຊົມໃຊ້ຜົນປະໂຫຍດຈາກການພັດທະນາດ້ວຍຄຸນນະພາບສູງຂອງຈີນ.

ໃນເດືອນກຸມພາປີ 2024 ນີ້, ສະພາການຄ້າອາເມຣິກາທີ່ປະເທດຈີນໄດ້ເປີດເຜີຍບົດລາຍງານກ່ຽວກັບການສຳຫຼວດສະພາບແວດລ້ອມທຸລະກິດຈີນ ໂດຍສະແດງໃຫ້ເຫັນວ່າ: ໃນປີ 2023, ການຄາດຄະເນຂອງວິສາຫະກິດອາເມຣິກາປະຈຳຈີນຕໍ່ອະນາຄົດການພັດທະນາຂອງຈີນໄດ້ຍົກສູງຂຶ້ນຕື່ມອີກ, 50% ຂອງວິສາຫະກິດທີ່ຕອບແບບສອບຖາມໄດ້ຈັດປະເທດຈີນເຂົ້າໃນຈຸດໝາຍປາຍທາງການລົງທຶນອັນດັບທຳອິດ ຫຼື 3 ອັນດັບຕົ້ນໃນທົ່ວໂລກ. ທ່ານໄມເຄິນ ຮາດ໌ ຜູ້ວ່າການສະພາການຄ້າອາເມຣິກາທີ່ປະເທດຈີນໃຫ້ສຳພາດຕໍ່ນັກຂ່າວວ່າ: ຈີນມີອຸດສາຫະກຳການຜະລິດ ແລະ ຕ່ອງໂສ້ການສະໜອງທີ່ເຂັ້ມແຂງ ພ້ອມດ້ວຍຕະຫຼາດການບໍລິໂພກທີ່ໃຫຍ່ຫຼວງ ເຊິ່ງເປັນກຳລັງດຶງດູດຢ່າງຕໍ່ເນື່ອງຕໍ່ວິສາຫະກິດອາເມຣິກາ, “ຖ້າຢາກຮັກສາຄວາມສາມາດການແຂ່ງຂັນໃນທົ່ວໂລກ ກໍຕ້ອງເຂົ້າຮ່ວມການແຂ່ງຂັນຢູ່ໃນປະເທດຈີນ”.

ວິສາຫະກິດຕ່າງປະເທດຍັງມີຄວາມກະຕືລືລົ້ນຄືເກົ່າໃນດ້ານການດຳເນີນທຸລະກິດຢູ່ຈີນ, ໂຄງປະກອບການລົງທຶນຕ່າງປະເທດຢູ່ຈີນກໍໄດ້ມີການປ່ຽນແປງ. ຂໍ້ມູນທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ: ການລົງທຶນຕົວຈິງຂອງຕ່າງປະເທດຢູ່ຈີນ, ອຸດສາຫະກຳທີ່ນຳໃຊ້ເຕັກໂນໂລຊີກ້າວໜ້າ ໄດ້ກວມເອົາ 37,3% ເຊິ່ງໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ.

ການພັດທະນາຂອງຈີນຈະປາສະຈາກໂລກບໍ່ໄດ້, ຄວາມຈະເລີນຮຸ່ງເຮືອງຂອງໂລກກໍຕ້ອງການການພັດທະນາຂອງຈີນເຊັ່ນກັນ. ຈີນຍຶດໝັ້ນການພັດທະນາດ້ວຍຄຸນນະພາບສູງ, ຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງ ເຊິ່ງບໍ່ພຽງແຕ່ໄດ້ຊຸກຍູ້ການພັດທະນາເສດຖະກິດຂອງຕົນເທົ່ານັ້ນ ຍັງໄດ້ສ້າງໂອກາດຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດໃຫ້ກັບໂລກອີກດ້ວຍ.