ຈີນໄດ້ມອບເຄື່ອງຊ່ວຍເຫຼືອສຳລັບກອງປະຊຸມສຸດຍອດອາຊຽນ 2024 ແລະກອງປະຊຸມປິ່ນອ້ອມໃຫ້ແກ່ ສປປ ລາວ

2024-03-13 15:16:56 cri

      ວັນທີ 11 ມີນານີ້, ທ່ານ ຫວາງຊ້າງ ອຸປະທູດຊົ່ວຄາວຂອງສະຖານທູດຈີນປະຈຳລາວ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດລາວໄດ້ຮ່ວມກັນເຂົ້າຮ່ວມພິທີມອບຮັບເຄື່ອງຊ່ວຍເຫຼືອສຳລັບກອງປະຊຸມສຸດຍອດອາຊຽນ 2024 ແລະກອງປະຊຸມປິ່ນອ້ອມຢູ່ ສປປ ລາວ.

      ທ່ານ ຫວາງຊ້າງ ກ່າວຄຳປາໄສວ່າ: ຈີນແລະລາວໄດ້ປະສານງານຢ່າງໃກ້ຊິດພາຍໃຕ້ກົນໄກຮ່ວມມືອາຊີຕາເວັນອອກ,ເປັນການສະແດງໃຫ້ເຫັນອັນສຳຄັນໃນການຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງຜູ້ນຳສູງສຸດຂອງສອງຝ່າຍແລະຈິດໃຈການສ້າງຄູ່ຮ່ວມຊາຕາກຳສອງຝ່າຍໃນຂົງເຂດຫຼາຍຝ່າຍ. ຈີນສະໜັບສະໜູນລາວຢ່າງສຸດຂີດໃນການປະຕິບັດໜ້າທີ່,ເຊື່ອວ່າລາວຈະສາມາດປະຕິບັດໜ້າທີ່ເປັນປະເທດປະທານໝູນວຽນອາຊຽນໃຫ້ດີຢ່າງສຳເລັດຜົນ,ເພື່ອໃຫ້ເປັນຜົນງານຂອງລາວໃນການຮ່ວມມືອາຊີຕາເວັນອອກ.

      ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຈີນທີ່ໄດ້ໃຫ້ການສະໜັບສະໜູນອັນລ້ຳຄ່າແກ່ລາວ,ແລະຢືນຢັນວ່າລາວຈະສືບຕໍ່ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳອາຊຽນ-ຈີນຢ່າງຕັ້ງໜ້າ,ລົງເລິກການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງຝ່າຍຕື່ມອີກ.