ຄະນະກຳມະການເລືອກຕັ້ງສູນກາງໄທສະເໜີໃຫ້ສານລັດຖະທຳມະນູນອອກຄຳສັ່ງໃຫ້ຍຸບພັກກ້າວໄກ

2024-03-13 15:14:08 cri

      ວັນທີ 12 ມີນານີ້,ກອງປະຊຸມຄະນະກຳມະການເລືອກຕັ້ງສູນກາງໄທໄດ້ຜ່ານມະຕິຕົກລົງໂດຍໄດ້ສະເໜີໃຫ້ສະພາລັດຖະທຳມະນູນອອກຄຳສັ່ງໃຫ້ຍຸບພັກກ້າວໄກ,ພ້ອມທັງຕັດສິດການເມືອງຂອງຄະນະກຳມະການບໍລິຫານງານຂອງພັກດັ່ງກ່າວ.


      ຄະນະກຳມະການເລືອກຕັ້ງສູນກາງໄທອ້າງວ່າ: ໄດ້ມີຫຼັກຖານທີ່ພຽງພໍທີ່ພິສູດວ່າການກະທຳຈຳນວນໜຶ່ງຂອງພັກກ້າວໄກໄດ້ລະເມີດຂໍ້ກຳນົດທີ່ກ່ຽວຂ້ອງຂອງລັດຖະທຳມະນູນ.

      ອີງຕາມການຕັດສິນຈາກສານລັດຖະທຳມະນູນກ່ອນໜ້ານີ້, ທ່ານ ພິທາ ລິ້ມຈະເລີນຣັດ ອະດີດຫົວໜ້າພັກກ້າວໄກກໍຄືພັກດັ່ງກ່າວໄດ້ສະເໜີໃຫ້ດັດແກ້ມາດຕາທີ 112 ຂອງກົດໝາຍອາຍາພ້ອມທັງຖືເປັນນະໂຍບາຍການແຂ່ງຂັນເລືອກຕັ້ງ ເຊິ່ງເປັນການກະທຳທີ່ມີເຈດຕະນາໂຄ່ນລົ້ມອຳນາດຂອງປະເທດ.