ຈີນພວມຄົ້ນຄວ້າຜະລິດຈະຫຼວດລະດັບ 4-5 ແມັດທີ່ສາມາດໝູນໃຊ້ໄດ້ຫຼາຍເທື່ອ

2024-03-13 15:11:17 cri

      ຫວ່າງມໍ່ໆມານີ້, ກຸ່ມບໍລິສັດວິທະຍາສາດເຕັກນິກການບິນອະວະກາດຈີນຈຳກັດແຈ້ງໃຫ້ຮູ້ວ່າ: ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດການບິນອະວະກາດທາງການຄ້າ,ຈີນພວມເລັ່ງລັດຄົ້ນຄວ້າຜະລິດຈະຫຼວດລະດັບ 4 - 5 ແມັດທີ່ສາມາດໝູນໃຊ້ໄດ້ຫຼາຍເທື່ອ,ແລະມີແຜນຈະທົດລອງການບິນໃນປີ 2025 ແລະປີ 2026.


      ພາລະກິດການບິນອະວະກາດທາງການຄ້າຂອງຈີນພວມກ້າວເຂົ້າສູ່ໄລຍະການພັດທະນາຢ່າງວ່ອງໄວ. ຫວ່າງກ່ອນນີ້ບໍ່ດົນ, ຈີນໄດ້ເຜີຍແຜ່ “ປຶ້ມປົກສີຟ້າຂອງການເຄື່ອນໄຫວວິທະຍາສາດເຕັກນິກການບິນຈີນ(ປີ 2023)”ໂດຍສະແດງໃຫ້ເຫັນວ່າ: ປີ 2023, ຈີນໄດ້ສຳເລັດການຍິງສົ່ງທາງການຄ້າທັງໝົດ 26 ຄັ້ງ, ອັດຕາການຍິງສົ່ງຢ່າງສຳເລັດຜົນໄດ້ມີເຖິງ 96%; ໄດ້ຄົ້ນຄວ້າຜະລິດແລະຍິງສົ່ງດາວທຽມການຄ້າທັງໝົດ 120 ດວງ, ກວມ 54% ຂອງຈຳນວນດາວທຽມທີ່ໄດ້ຄົ້ນຄວ້າຜະລິດແລະຍິງສົ່ງໃນໝົດປີ 2023.