ທ່ານສີຈິ້ນຜິງ: ຍົກສູງກຳລັງສູ້ຮົບໃນຄຸນນະພາບໃໝ່

2024-03-14 09:48:19 cri



ກຳລັງສູ້ຮົບໃນຄຸນນະພາບໃໝ່ເປັນຄວາມສາມາດສູ້ຮົບບົນພື້ນຖານລະບົບເຕັກໂນໂລຊີຂໍ້ມູນຂ່າວສານ, ເປັນຮູບແບບພື້ນຖານດ້ານກຳລັງສູ້ຮົບໃນເງື່ອນໄຂເຕັກໂນໂລຊີຂໍ້ມູນຂ່າວສານທີ່ລວມເອົາຄວາມສະດຸ້ງໄວຕໍ່ສະພາບສູ້ຮົບແບບສັງລວມ, ການບັນຊາຄວບຄຸມຕະຫຼອດເວລາ, ໂຈມຕີຢ່າງຖືກຕ້ອງແມ້ນຢຳ, ປ້ອງກັນຢ່າງຮອບດ້ານ ແລະສຸມໃສ່ການຄ້ຳປະກັນ.



ນັບຕັ້ງແຕ່ເປັນຜູ້ຊີ້ນຳວຽກງານຄະນະກຳມະການການທະຫານສູນກາງຈີນເປັນຕົ້ນມາ, ທ່ານສີຈິ້ນຜິງ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການກໍ່ສ້າງກຳລັງສູ້ຮົບຂອງກອງທັບຈີນມາໂດຍຕະຫຼອດ, ໂດຍເນັ້ນໜັກໃຫ້ຜັນຂະຫຍາຍມາດຕະຖານກຳລັງສູ້ຮົບໄປຈົນເຖິງທົ່ວຂະບວນການແລະທຸກດ້ານຂອງການກໍ່ສ້າງກອງທັບ.



 ໃນກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະກອງປະຊຸມສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນປະຈຳປີ2024ນີ້, ກຳລັງສູ້ຮົບໃນຄຸນນະພາບໃໝ່ໄດ້ກາຍເປັນໜຶ່ງໃນສິ່ງໃໝ່ຕ່າງໆທີ່ທ່ານສີຈິ້ນຜິງໄດ້ເອົາໃຈໃສ່.

ໃນເວລາເປິກສາຫາລືກັບຄະນະຜູ້ແທນກອງທັບປົດປ່ອຍປະຊາຊົນຈີນ ແລະກອງຕຳຫຼວດປະກອບອາວຸດປະຊາຊົນຈີນທີ່ເຂົ້າຮ່ວມກອງປະຊຸມ, ທ່ານສີຈິ້ນຜິງໄດ້ວາງແຜນການຕື່ມອີກກ່ຽວກັບການກໍ່ສ້າງກຳລັງສູ້ຮົບໃນຄຸນນະພາບໃໝ່ຄື: “ຊຸກຍູ້ກຳລັງການຜະລິດໃນຄຸນນະພາບໃໝ່ເຊື່ອມໂຍງເຂົ້າກັບກຳລັງສູ້ຮົບໃນຄຸນນະພາບໃໝ່ຢ່າງມີປະສິດທິພາບສູງ ແລະຊ່ວຍຊູຍູ້ໜູນກັນ”, “ສ້າງຈຸດເຕີບໂຕໃໝ່ໃນດ້ານກຳລັງການຜະລິດໃນຄຸນນະພາບໃໝ່ແລະກຳລັງສູ້ຮົບໃນຄຸນນະພາບໃໝ່”, “ປົດປ່ອຍແລະພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ຢ່າງເຕັມສ່ວນ.”

ຂໍກຸນແຈສຳຄັນຂອງກຳລັງສູ້ຮົບໃນຄຸນນະພາບໃໝ່ແມ່ນຢູ່ນຳຄຳວ່າ “ໃໝ່”.  “ໃໝ່” ແມ່ນສ່ອງແສງໃຫ້ເຫັນໃນການບຸກເບີກໃໝ່ໃນຂົງເຂດພື້ນທີ່, ການປ່ຽນແປງໃໝ່ດ້ານຫຼັກມູນເອົາຊະນະ, ການບຸກທະລຸໃໝ່ດ້ານເຕັກນິກວິທະຍາສາດ ກໍຄືຮູບແບບໃໝ່ດ້ານອາວຸດຍຸດໂທປະກອນແລະອື່ນໆ. ມີພຽງແຕ່ປະດິດສ້າງຢ່າງບໍ່ຢຸດຢັ້ງ ຈຶ່ງຈະສາມາດຊຸກຍູ້ໃຫ້ກຳລັງສູ້ຮົບໃນຄຸນນະພາບໃໝ່ຂອງກອງທັບຈີນຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ ແລະສ້າງໃຫ້ເປັນກອງທັບແຖວໜ້າຂອງໂລກ.