ເປັນຫຍັງອາເມຣິກາວາດຫວັງແນວນີ້ໃຫ້ແກ່ຟິລິບປິນ?

2024-03-14 16:12:04 CRI


ວັນທີ 12 ມີນານີ້, ທ່ານນາງກິນາ ເຣມອນໂດ ລັດຖະມົນຕີກະຊວງການຄ້າອາເມຣິກາກ່າວຢູ່ນະຄອນຫຼວງມານີລາປະເທດຟິລິບປິນວ່າ, ອາເມຣິກາຈະຊ່ວຍເຫຼືອຟິລິບປິນ ສ້າງໂຮງງານ ເຊມີຄອນຕັກເຕີເພີ່ມຂຶ້ນໜຶ່ງເທົ່າ, ເພື່ອຫຼີກເວັ້ນບໍ່ໃຫ້ຕ່ອງໂສ້ສະໜອງແຜ່ນຊິບຂອງໂລກ “ລວມສູນ” ເກີນໄປ.



ກ່ອນໜ້ານີ້, ທ່ານນາງກິນາ ເຣມອນໂດເຄີຍປະກາດວ່າ ບໍລິສັດອາເມຣິກາຈະລົງທຶນຫຼາຍກວ່າ 1 ຕື້ໂດລາ ຕໍ່ຟິລິບປິນ, ແຕ່ບໍ່ໄດ້ອະທິບາຍຢ່າງລະອຽດວ່າ ຈະເຮັດແນວໃດແທ້. ນັກວິເຄາະຊີ້ອອກວ່າ, ເມື່ອທົບທວນຄືນການກະທຳຂອງອາເມຣິກາໃນເມື່ອກ່ອນ ຄື “ເວົ້າແຕ່ປາກເປົ່າ ແຕ່ບໍ່ລົງມືເຮັດຕົວຈິງ”, ຕໍ່ໄປອາເມຣິກາຈະເພີ່ມການລົງທຶນຕໍ່ຟິລິບປິນໃນລະດັບໃດນັ້ນ ແມ່ນສິ່ງທີ່ໜ້າສົງໄສ. ນອກນັ້ນ, ເອກອັກຄະລັດຖະທູດຟິລິບປິນປະຈຳອາເມຣິກາກ່າວວ່າ, ຄາດວ່າ ອາເມຣິກາຈະລົງທຶນໃນຂົງເຂດພື້ນຖານໂຄງລ່າງ, ແລະ ອຸດສາຫະກຳການຜະລິດຂອງຟິລິບປິນ, ແຕ່ຕາມທີ່ໄດ້ຮູ້ທົ່ວໄປວ່າ, ອາເມຣິກາບໍ່ມີທ່າແຮງໃນຂົງເຂດເຫຼົ່ານີ້, ດັ່ງນັ້ນ ອັນທີ່ເອີ້ນວ່າ ແຜນການລົງທຶນທີ່ກ່ຽວຂ້ອງຂອງອາເມຣິກາເໝືອນດັ່ງເປັນ ພຽງແຕ່ການວາດວິມານກາງອາກາດເທົ່ານັ້ນ.


ນັກວິເຄາະຍັງຊີ້ອອກຕື່ມອີກວ່າ, ອາເມຣິກາຊຸກຍູ້ອັນທີ່ເອີ້ນວ່າ “ຍຸດທະສາດອິນໂດ-ປາຊີຟິກ” ແມ່ນເນັ້ນໃສ່ດ້ານຄວາມໝັ້ນຄົງ ແລະ ການທະຫານຫຼາຍກວ່າ, ເນື້ອໃນດ້ານເສດຖະກິດມີບໍ່ຫຼາຍປານໃດ, ຈຶ່ງບໍ່ມີແຮງຈູງໃຈຢ່າງພຽງພໍຕໍ່ພັນທະມິດຂອງຕົນ. ຍ້ອນວ່າ ຟິລິບປິນເປັນປະເທດທີ່ເສດຖະກິດບໍ່ພັດທະນາພໍປານໃດ, ໃນປັດຈຸບັນນີ້ມີຄວາມຕ້ອງການຢ່າງຮີບດ່ວນໃນການພັດທະນາເສດຖະກິດ. ເທື່ອນີ້ ທ່ານນາງກິນາ ເຣມອນໂດໃຫ້ຄຳໝັ້ນສັນຍາຈະລົງທຶນຕໍ່ຟິລິບປິນ, ຈຸດປະສົງຢ່າງໜຶ່ງກໍຄືເພີ່ມເນື້ອໃນດ້ານເສດຖະກິດເຂົ້າໃສ່ອັນທີ່ເອີ້ນວ່າ “ຍຸດທະສາດອິນໂດ-ປາຊີຟິກ”, ເພີ່ມແຮງຂັບເຄື່ອນດ້ານເສດຖະກິດເຂົ້າໃນພັນທະມິດທາງການທະຫານລະຫວ່າງອາເມຣິກາ ແລະ ຟິລິບປິນ. ໃນຖານະເປັນປະເທດໃຫຍ່ທີ່ຢູ່ນອກພາກພື້ນ, ອາເມຣິກາໄດ້ແກ່ດຶງຟິລິບປິນໃນດ້ານເສດຖະກິດ, ຍັງມີເຈຕະນາດ້ານການເມືອງພູມີພາກທີ່ເລິກເຊິ່ງ, ຄື ສວຍໃຊ້ຟິລິບປິນໃຫ້ມາເປັນປໍລະປັກກັບຈີນ ແລະ ຖ່ວງດຸນປະເທດຈີນ, ຜູກມັດຟິລິບປິນ  ຢູ່ເທິງ“ລົດຮົບອາຊີປາຊິຟິກ”ຂອງອາເມຣິກາ ຢ່າງແໜ້ນແຟ້ນ.