ມູນຄ່າຂາເຂົ້າຂາອອກລະຫວ່າງຈີນກັບອາຊຽນເພີ່ມຂຶ້ນ 8,1%

2024-03-14 14:52:36 cri


ໃນ 2 ເດືອນຕົ້ນປີນີ້, ມູນຄ່າການສົ່ງອອກສິນຄ້າຂອງຈີນບັນລຸເຖິງ 3750 ຕື້ຢວນ, ໄດ້ເພີ່ມຂຶ້ນ 10,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ໃນສອງເດືອນຕົ້ນປີນີ້, ອາຊຽນເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນ, ມູນຄ່າຂາເຂົ້າຂາອອກລະຫວ່າງຈີນກັບອາຊຽນໄດ້ເພີ່ມຂຶ້ນ 8,1% ໄດ້ກວມ 15% ຂອງຍອດມູນຄ່າການຄ້າຕໍ່ຕ່າງປະເທດຂອງຈີນ. ມູນຄ່າຂາເຂົ້າຂາອອກລະຫວ່າງຈີນກັບປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໃນນັ້ນ, ມູນຄ່າຂາເຂົ້າຂາອອກລະຫວ່າງຈີນກັບ 5 ປະເທດອາຊີກາງໄດ້ເພີ່ມຂຶ້ນ 26%.