ເຮືອບິນການຄ້າARJ21 ແລະ C919ທີ່ຈີນຜະລິດເອງໄດ້ນຳສະເໜີຢູ່ມາເລເຊຍ

2024-03-14 10:42:10 cri



   ເມື່ອບໍ່ດົນມານີ້, ເຮືອບິນການຄ້າARJ21 ແລະC919ທີ່ຈີນຜະລິດເອງໄດ້ເດີນທາງໄປລົງຈອດຢູ່ສະໜາມບິນຊຸນຕານ ອັບດູນ ອາຊີສ ຊາຣ ຂອງລັດເຊລານໂກປະເທດມາເລເຊຍເພື່ອດຳເນີນການວາງສະແດງຢູ່ໜ້າພື້ນດິນກໍຄືການບິນສະແດງ.



   ກ່ອນໜ້ານີ້, ເຮືອບິນການຄ້າ ARJ21 ແລະC919 ໄດ້ວາງສະແດງແລະບິນສະແດງຢູ່ຫວຽດນາມ, ລາວ, ກຳປູເຈຍແລະອິນໂດເນເຊຍຕາມລຳດັບ ແລ້ວໄດ້ເດີນທາງໄປເຖິງສະໜາມບິນຊຸນຕານ ອັບດູນ ອາຊີສ ຊາຣຂອງມາເລເຊຍໃນວັນທີ12ມີນານີ້, ຈາກນັ້ນໄດ້ວາງສະແດງໃນວັນທີ13ມີນາ, ໃນນີ້, ເຮືອບິນ ARJ21 ໄດ້ດຳເນີນການບິນສະແດງ. ຕາມກຳນົດ,ເຮືອບິນສອງລຳດັ່ງກ່າວຈະບິນກັບຄືນສູ່ນະຄອນຊຽງໄຮ້ປະເທດຈີນໃນວັນທີ14ມີນານີ້ ເຊິ່ງເປັນການສິ້ນສຸດໜ້າທີ່ການບິນໃນຄັ້ງນີ້.