ຊຸກຍູ້ໃຫ້ນຳໃຊ້ໄມ້ໄຜ່ແທນພລາສຕິກ, ປະກອບສ່ວນອັນໃໝ່ເຂົ້າໃນການແກ້ໄຂມົນລະພິດດ້ານພລາສຕິກໃນທົ່ວໂລກ

2024-03-14 11:28:44 cri

    ໃນກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ທີ່ຫາກໍອັດລົງໃນຕົ້ນອາທິດນີ້, ແນວຄິດການພັດທະນາໃໝ່ ຄື: ປະດິດສ້າງໃໝ່, ປະສານກົມກຽວກັນ, ສີຂຽວ, ເປີດປະຕູ ແລະ ຊົມໃຊ້ຮ່ວມກັນ ໄດ້ກາຍເປັນຄຳສັບສຳຄັນທີ່ໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງ. ທ່ານ ວ່າງຢວີ້ເຊີງ ຜູ້ແທນສະພາປະຊາຊົນທີ່ມາຈາກບ້ານຢວີຊຸ່ນ ເມືອງອ່ານຈີ ແຂວງເຈີ້ຈ່ຽງຈີນໄດ້ນຳເອົາຜະລິດຕະພັນທີ່ເຮັດດ້ວຍໄມ້ໄຜ່ມາວາງສະແດງເປັນການສະເພາະ. ທ່ານເວົ້າວ່າ: ສຳລັບໄມ້ໄຜ່ແລ້ວ, ສົ້ນໜຶ່ງເຊື່ອມໂຍງກັບຄວາມສີວິໄລດ້ານນິເວດ ແລະອີກສົ້ນໜຶ່ງເຊື່ອມໂຍງກັບການພ້ອມກັນຮັ່ງມີ. ຂ້າພະເຈົ້າຂໍສະເໜີວ່າ ຊຸກຍູ້ໃຫ້ນຳໃຊ້ໄມ້ໄຜ່ແທນພລາສຕິກ, ເຮັດໃຫ້ຜະລິດຕະພັນທີ່ເປັນມິດຕໍ່ລະບົບນິເວດມີຄຸນຄ່າຫຼາຍຂຶ້ນຕື່ມ.


 

    ເມືອງອ່ານຈີແມ່ນເມືອງໄມ້ໄຜ່ທີ່ມີຊື່ສຽງໂດ່ງດັງໃນທົ່ວປະເທດຈີນ. ໄມ້ໄຜ່ແມ່ນຊີວະພາບທີ່ເຕີບໃຫຍ່ໄວ ແລະ ສາມາດຍ່ອຍສະຫຼາຍໄດ້, ເປັນວັດສະດຸທີ່ໃຊ້ແທນພລາສຕິກໄດ້ ແລະ ເປັນຊ່ອງທາງທີ່ເກີດຜົນໃນດ້ານການຫຼຸດຜ່ອນມົນລະພິດດ້ານພລາສຕິກ. ໂດຍຜ່ານການສຳຫຼວດຄົ້ນຄວ້າວິສາຫະກິດຜະລິດຕະພັນໄມ້ໄຜ່ໃນເມືອງອ່ານຈີ ແລະ ຕະຫຼາດບໍລິໂພກ, ທ່ານ ວ່າງຢວີ້ເຊີງ ພົບວ່າ: ປັດຈຸບັນນີ້, ການນຳໃຊ້ໄມ້ໄຜ່ແທນພລາສຕິກຍັງພໍ້ບັນຫາຫຼາຍຢ່າງ ເຊັ່ນ: ລະບົບຂະແໜງການໄມ້ໄຜ່ຍັງບໍ່ຄົບຖ້ວນ, ຕ່ອງໂສ້ຂະແໜງການຂາດແຄນຫົວຄິດປະດິດສ້າງດ້ານເຕັກໂນໂລຊີ, ຄວາມຮຽກຮ້ອງຕ້ອງການ ແລະ ການຕອບສະໜອງໃນຕະຫຼາດບໍ່ສອດຄ່ອງກັນ ແລະອື່ນໆ.

 


    ບົດລາຍງານວຽກງານລັດຖະບານຈີນໃນປີນີ້ໄດ້ລະບຸວ່າ: ຕ້ອງພັດທະນາເສດຖະກິດສີຂຽວ ແລະ ປ່ອຍກາກບອນຕ່ຳຢ່າງແຂງແຮງ, ປັບປຸງນະໂຍບາຍດ້ານການເງິນ ອາກອນ ການທະນາຄານ ການລົງທຶນ ລາຄາ ແລະ ກົນໄກຕະຫຼາດໃຫ້ສົມບູນ ເພື່ອສະໜັບສະໜູນການພັດທະນາຕາມທິດສີຂຽວ ເຊິ່ງເຮັດໃຫ້ທ່ານ ວ່າງຢວີ້ເຊີງ ເຫັນໄດ້ອະນາຄົດຂອງການພັດທະນາຂະແໜງການກ່ຽວກັບການນຳໃຊ້ໄມ້ໄຜ່ແທນພລາສຕິກ.

 


    ທ່ານ ວ່າງຢວີ້ເຊີງ ກ່າວວ່າ: ການແກ້ໄຂມົນລະພິດດ້ານພລາສຕິກແມ່ນໜຶ່ງໃນຂໍ້ຫຍຸ້ງຍາກດ້ານການຄຸ້ມຄອງລະບົບນິເວດຂອງໂລກ. ທ່ານຫວັງວ່າ ໂດຍຜ່ານການຊຸກຍູ້ໃຫ້ນຳໃຊ້ໄມ້ໄຜ່ແທນພລາສຕິກ ເພື່ອຜະລິດຜະລິດຕະພັນໄມ້ໄຜ່ທີ່ໃຊ້ດີ ໃຊ້ງ່າຍ ແລະ ຄຸນນະພາບດີໃຫ້ຫຼາຍ, ເຮັດໃຫ້ຜະລິດຕະພັນໄມ້ໄຜ່ເຂົ້າເຖິງເຮືອນຜູ້ຊົມໃຊ້ ກໍຈະສ້າງຄວາມຜາສຸກໃຫ້ແກ່ປະຊາຊົນແຫ່ງເມືອງໄມ້ໄຜ່. ພ້ອມດຽວກັນນັ້ນ ຍັງຈະປະກອບສ່ວນອັນໃໝ່ເຂົ້າໃນການແກ້ໄຂມົນລະພິດດ້ານພລາສຕິກໃນທົ່ວໂລກ.