ທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 30 ລ້ານເທື່ອຄົນ, ແລະຂົນສົ່ງສິນຄ້າຫຼາຍກວ່າ 34 ລ້ານໂຕນ

2024-03-14 14:48:31 cri

ກຸ່ມບໍລິສັດທາງລົດໄຟຈີນຈຳກັດເປີດເຜີຍໃຫ້ຮູ້ວ່າ: ນັບມາຮອດວັນທີ 12 ມີນານີ້, ທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານລວມທັງໝົດ 30,2 ລ້ານເທື່ອຄົນ, ແລະຂົນສົ່ງສິນຄ້າ 34,24 ລ້ານໂຕນ, ໃນນັ້ນ, ສິນຄ້າຂ້າມຊາດມີຫຼາຍກວ່າ 7,8 ລ້ານໂຕນ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງທ່ວງທ່າຂະຫຍາຍຕົວໃນດ້ານການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ, ໄດ້ະເສີມຂະຫຍາຍບົດບາດທີ່ເປັນຊ່ອງທາງຄຳສາກົນນັບມື້ນັບພົ້ນເດັ່ນຂຶ້ນ, ໄດ້ເພີ່ມພະລັງຊີວິດຊີວາໃໝ່ໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງເຂດທີ່ລຽບຕາມທາງລົດໄຟດັ່ງກ່າວ.