ກຳລັງການຜະລິດໃນຄຸນນະພາບໃໝ່: ກໍາລັງອັນສໍາຄັນແຫ່ງການຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ

2024-03-14 16:00:25 CRI

 

   ໃນໄລຍະຈັດກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະ ກອງປະຊຸມ ສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ ຫຼື ກອງປະຊຸມສອງສະພາໃນປີນີ້, ຄໍາວ່າ “ກຳລັງການຜະລິດໃນຄຸນນະພາບໃໝ່” ໄດ້ກາຍເປັນໜຶ່ງໃນຄໍາສັບສໍາຄັນທີ່ເປັນຈຸດສຸມ.


   ກຳລັງການຜະລິດໃນຄຸນນະພາບໃໝ່ ເປັນກໍາລັງອັນສໍາຄັນທີ່ສາມາດຊຸກຍູ້ເສດຖະກິດຈີນໃຫ້ໄດ້ຮັບການພັດທະນາດ້ວຍຄຸນນະພາບສູງ ທີ່ຖືເອົາການປະດິດສ້າງເປັນເອກະລັກ, ຖືເອົາຄຸນນະພາບດີເປັນໃຈກາງ ແລະ ຖືເອົາລັກສະນະກ້າວໜ້າເປັນທາດແທ້.



   ນັບແຕ່ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນໄດ້ສະເໜີ “ກຳລັງການຜະລິດໃນຄຸນນະພາບໃໝ່” ເທື່ອທໍາອິດເມື່ອເດືອນກັນຍາປີ 2023 ເປັນຕົ້ນມາ, ທ່ານ ສີຈິ້ນຜິງ ໄດ້ກ່າວເນັ້ນໜັກຫຼາຍເທື່ອກ່ຽວກັບ ຄວາມສໍາຄັນໃນການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ໂດຍກ່າວວ່າ: ການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ເປັນຄວາມຮຽກຮ້ອງໃນຕົວ ແລະ ເປັນຈຸດສຸມກໍາລັງອັນສໍາຄັນແຫ່ງການຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ. ໃນເວລາເຂົ້າຮ່ວມການຄົ້ນຄວ້າພິຈາລະນາກັບຄະນະຜູ້ແທນຕ່າງໆທີ່ເຂົ້າຮ່ວມກອງປະຊຸມສອງສະພາປີນີ້, ທ່ານ ສີຈິ້ນຜິງ ໄດ້ຊີ້ແຈງອີກເທື່ອໜຶ່ງກ່ຽວກັບການພົວພັນລະຫວ່າງກຳລັງການຜະລິດໃນຄຸນນະພາບໃໝ່ ກັບ ອຸດສາຫະກໍາແບບດັ້ງເດີມໂດຍກ່າວວ່າ: ການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ບໍ່ແມ່ນເບິ່ງຂ້າມ ແລະ ປະຖິ້ມອຸດສາຫະກໍາແບບດັ້ງເດີມ, ແຕ່ຫາກແມ່ນຕ້ອງສ້າງອຸດສາຫະກໍາຈະເລີນໃໝ່ໃຫ້ເຂັ້ມແຂງ ແລະ ວາງແຜນອຸດສາຫະກໍາໃນອະນາຄົດ ລ່ວງໜ້າ, ຄໍາເວົ້າຂອງທ່ານ ສີຈິ້ນຜິງ ໄດ້ຊີ້ທິດເຍືອງທາງໃຫ້ກັບການແກ້ໄຂຂໍ້ຈໍາກັດດ້ານການພັດທະນາຂອງກຳລັງການຜະລິດໃນຄຸນນະພາບໃໝ່.



   ກຳລັງການຜະລິດໃນຄຸນນະພາບໃໝ່ ກັບ ການພັດທະນາດ້ວຍຄຸນນະພາບສູງ ແມ່ນໄດ້ຊຸກຍູ້ ແລະ ຄໍ້າປະກັນເຊິ່ງກັນແລະກັນ. ປັດຈຸບັນ, ອຸດສາຫະກໍາເສົ້າຄໍ້າແບບໃໝ່ຂອງຈີນເຊັ່ນ: ລົດພະລັງງານໄຟຟ້າ, ແບັດເຕິຣີລີທຽມ, ຜະລິດຕະພັນພະລັງງານແສງຕາເວັນເປັນຕົ້ນ ພວມໄດ້ຮັບການພັດທະນາຢ່າງວ່ອງໄວ, ສິ່ງນີ້ໄດ້ສ່ອງແສງໃຫ້ເຫັນເຖິງກໍາລັງບົ່ມຊ້ອນອັນແຂງແຮງໃນດ້ານການຄໍ້າປະກັນການພັດທະນາດ້ວຍຄຸນນະພາບສູງຂອງກຳລັງການຜະລິດໃນຄຸນນະພາບໃໝ່.