ກອງປະຊຸມສົນທະນານະໂຍບາຍຄວາມໝັ້ນຄົງຈີນ-ນາໂຕຄັ້ງທີ 8 ຈັດຂຶ້ນຢູ່ປັກກິ່ງ

2024-03-14 14:54:53 cri


ວັນທີ 13 ມີນານີ້, ກອງປະຊຸມສົນທະນານະໂຍບາຍຄວາມໝັ້ນຄົງຈີນ-ນາໂຕຄັ້ງທີ 8 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ ຈີນ, ຫ້ອງການຮ່ວມມືການທະຫານສາກົນຂອງຄະນະກຳມະການການທະຫານສູນກາງຈີນ ແລະ ຫົວໜ້າພະແນກການຮ່ວມມືເພື່ອຄວາມໝັ້ນຄົງຂອງກອງເສນາທິການການທະຫານສາກົນນາໂຕຮ່ວມກັນເປັນປະທານກອງປະຊຸມ. ສອງຝ່າຍໄດ້ແລກປ່ຽນຄວາມເຫັນກ່ຽວກັບການແລກປ່ຽນວຽກງານປ້ອງກັນປະເທດລະຫວ່າງຈີນກັບນາໂຕ, ສະຖານະການພາກພື້ນ ແລະ ສາກົນ ກໍຄື ບັນຫາອື່ນໆທີ່ສອງຝ່າຍສົນໃຈຮ່ວມກັນ.