ລົດໄຟຂົນສົ່ງສິນຄ້າຂ້າມຊາຍແດນລະຫວ່າງຈີນ-ຫວຽດນາມໄດ້ເພີ່ມຂຶ້ນ

2024-03-15 18:44:26 cri

      ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນຈຳກັດແຈ້ງໃຫ້ຮູ້ວ່າ: ໃນສອງເດືອນຕົ້ນປີນີ້, ລົດໄຟຂົນສົ່ງສິນຄ້າຂ້າມຊາຍແດນລະຫວ່າງຈີນ-ຫວຽດນາມໄລ່ລວມແລ້ວໄດ້ແລ່ນລົດເຖິງ 25 ຂະບວນ,ເພີ່ມຂຶ້ນ 56% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ,ໄດ້ຂົນສົ່ງສິນຄ້າ 600 ຕູ້ມາດຕະຖານ,ເພີ່ມຂຶ້ນ 35%, ການຂົນສົ່ງສິນຄ້າຂ້າມຊາຍແດນລະຫວ່າງຈີນ-ຫວຽດນາມໄດ້ມີການພັດທະນາຢ່າງຟົດຟື້ນຕໍ່ເນື່ອງ.

      ປັດຈຸບັນ, ການຂົນສົ່ງສິນຄ້າຂ້າມຊາຍແດນລະຫວ່າງຈີນ-ຫວຽດນາມໄດ້ກວມເຖິງຢາພື້ນເມືອງຈີນ,ໝາກໄມ້,ອຸປະກອນກົນຈັກແລະອື່ນໆທັງໝົດ 620 ກວ່າປະເພດ, ເຂດລວມສູນສິນຄ້າມີ 20 ກວ່ານະຄອນຢູ່ໃນແລະນອກເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ການຂົນສົ່ງສິນຄ້າໄດ້ກວມຫຼາຍປະເທດເຊັ່ນ: ຫວຽດນາມ,ລາວ,ໄທແລະປະເທດອື່ນໆ. ໃນສອງເດືອນຕົ້ນປີນີ້, ຍອດປະລິມານການສົ່ງອອກແລະນຳເຂົ້າສິນຄ້າຜ່ານດ່ານທາງລົດໄຟຜິງສຽງເຂດກວາງຊີຈີນໄດ້ບັນລຸ 32.000 ໂຕນ; ສິນຄ້າສົ່ງອອກແລະນຳເຂົ້າທີ່ມີຈັງຫວະເພີ່ມຂຶ້ນຢ່າງຈະແຈ້ງແມ່ນເຄື່ອງໃຊ້ອຸດສາຫະກຳເຄມີແລະແຜ່ນ Fibre, ຕ່າງໄດ້ເພີ່ມຂຶ້ນ 51% ແລະ 1294% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.