ກຳປັ່ນຮົບຂອງໄທເກີດອຸບັດເຫດເຮັດໃຫ້ມີ14ຄົນໄດ້ຮັບບາດເຈັບ

2024-03-15 10:52:47 cri

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເມື່ອຕອນບ່າຍວັນທີ14ມີນານີ້, ໂຄສົກກອງທັບເຮືອໄທໄດ້ແຈ້ງສະພາບການກ່ຽວກັບກຳປັ່ນຮົບໄທເກີດອຸບັດເຫດ. 

ຕາມການຖະແຫຼງຂ່າວໃຫ້ຮູ້ວ່າ: ເວລາ11ໂມງ45ນາທີຂອງວັນທີ14ມີນານີ້, ກຳປັ່ນຮົບ “ຊົນບູລີ” ຂອງຖານທັບເຮືອຊັດຕະຫີບແຂວງຊົນບູລີ ໄດ້ຍິງປືນລູກໜຶ່ງໂດຍບໍ່ມີເປົ້າໝາຍ ເຊິ່ງໄດ້ຍິງຖືກສ່ວນທ້າຍຂອງກຳປັ່ນ “ກີລີຣັດ”ທີ່ຈອດຢູ່ທ່າກຳປັ່ນ, ເຮັດໃຫ້ກຳປັ່ນລຳນີ້ເກີດໄຟໄໝ້, ສົ່ງຜົນໃຫ້ມີທະຫານເຮືອ14ຄົນໄດ້ຮັບບາດເຈັບ.

 ໂຄສົກທ່ານນີ້ກ່າວຢືນຢັນວ່າ: ເຫດການນີ້ບໍ່ໄດ້ເຮັດໃຫ້ມີຜູ້ເສຍຊີວິດ, ແຕ່ມີຜູ້ບາດເຈັບ14ຄົນ ຕົ້ນຕໍແມ່ນບາດເຈັບຍ້ອນຄວັນໄຟຫຼາຍ. ປັດຈຸບັນ, ຜູ້ບາດເຈັບທຸກຄົນຕ່າງກໍໄດ້ຖືກສົ່ງໄປຮັບການປິ່ນປົວຢູ່ໂຮງໝໍ. ກອງທັບເຮືອໄທໄດ້ສ້າງຕັ້ງຄະນະກຳມະການສືບສວນເຫດການເພື່ອສືບສວນ-ສອບສວນເຫດການຄັ້ງນີ້.