ການບໍລິການເຄື່ອງໃຊ້ໄຟຟ້າໃນເຮືອນຂອງຈີນໃນປີ 2023 ມີມູນຄ່າເກືອບ 1.000 ຕື້ຢວນ

2024-03-15 14:48:55 cri

   ວັນທີ 13 ມີນານີ້, ສະມາຄົມສ້ອມແປງເຄື່ອງໃຊ້ໄຟຟ້າໃນເຮືອນຈີນເປີດເຜີຍຕົວເລກສະຖິຕິໃຫ້ຮູ້ວ່າ: ອີງຕາມການຄິດໄລ່ຂັ້ນເບື້ອງຕົ້ນ, ປີ 2023, ຂະແໜງການບໍລິການເຄື່ອງໃຊ້ໄຟຟ້າໃນເຮືອນຂອງຈີນມີມູນຄ່າເກືອບ 1.000 ຕື້ຢວນ, ວິສາຫະກິດໃນຂະແໜງການດັ່ງກ່າວມີປະມານ 1 ແສນແຫ່ງ, ການເຕີບໂຕດ້ານລາຍຮັບ ແລະ ຜົນກຳໄລຈາກການບໍລິການໄດ້ລື່ນກາຍຂະແໜງການອຸດສາຫະກຳການຜະລິດ ແລະ ຂະແໜງການຈຳໜ່າຍ.