ທາງລົດໄຟຈີນ-ລາວໄດ້ເສີມຂະຫຍາຍບົດບາດທີ່ປຽບເໝືອນເປັນ “ເສັ້ນທາງຂົນສົ່ງຄຳ” ນັບມື້ນັບພົ້ນເດັ່ນຂຶ້ນ

2024-03-15 16:16:28 cri

ຫວ່າງມໍ່ໆມານີ້, ທາງລົດໄຟຈີນ-ລາວໄດ້ມີຂ່າວດີອີກ: ຂະບວນລົດໄຟໂດຍສານສາກົນ D87/D88 ລະຫວ່າງນະຄອນຄຸນໝິງ ສປ ຈີນ ຫານະຄອນຫຼວງວຽງຈັນ ແຫ່ງ ສປປ ລາວ ໄດ້ເພີ່ມສອງສະຖານີຈອດລົດໄຟ ຄື ສະຖານີຢຸ້ຍຊີປະເທດຈີນ ແລະ ສະຖານີເມືອງໄຊປະເທດລາວ, ມາຮອດນີ້, ສະຖານີຈອດລົດໄຟໄດ້ເພີ່ມຂຶ້ນເປັນ 10 ແຫ່ງ ເຊິ່ງໄດ້ອຳນວຍຄວາມສະດວກໃຫ້ແກ່ການອອກເດີນທາງຂອງຜູ້ໂດຍສານ.


ນັບແຕ່ເປີດນຳໃຊ້ທາງລົດໄຟຈີນ-ລາວເປັນຕົ້ນມາ, ຍ້ອນວ່າຈຳນວນຜູ້ໂດຍສານນັບມື້ນັບເພີ່ມຂຶ້ນ, ຂະບວນລົດໄຟໂດຍສານທີ່ແລ່ນຕາມທາງລົດໄຟຈີນ-ລາວຕອນພາຍໃນປະເທດຈີນໄດ້ເພີ່ມຈາກ 35 ຖ້ຽວຕໍ່ມື້ໃນຕອນຫາກໍ່ເປີດບໍລິການທາງລົດໄຟຂຶ້ນເປັນ 51 ຖ້ຽວຕໍ່ມື້ໃນປັດຈຸບັນ. ຂະບວນລົດໄຟໂດຍສານທີ່ແລ່ນຢູ່ພາຍໃນປະເທດລາວໄດ້ເພີ່ມຈາກ 4 ຖ້ຽວຕໍ່ມື້ຂຶ້ນເປັນ 12 ຖ້ຽວຕໍ່ມື້.


ນັບມາຮອດວັນທີ 12 ມີນານີ້, ທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານທັງໝົດ 30.2 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າ 34,24 ລ້ານໂຕນ. ໃນນັ້ນ, ຂະບວນລົດໄຟໂດຍສານສາກົນໄດ້ຂົນສົ່ງຜູ້ໂດຍສານຂ້າມຊາດທັງໝົດ 145.000 ກວ່າເທື່ອຄົນ ຈາກ 80 ກວ່າປະເທດ ແລະ ເຂດແຄວ້ນ. ໄດ້ຂົນສົ່ງສິນຄ້າຂ້າມຊາດຫຼາຍກວ່າ 7,8 ລ້ານໂຕນ. ໂດຍສະເພາະແມ່ນໃນການຂົນສົ່ງໄລຍະບຸນກຸດຈີນປີນີ້, ໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 3 ລ້ານເທື່ອຄົນ, ເພີ່ມຂຶ້ນ 39% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ມີຜູ້ໂດຍສານຫຼາຍກວ່າ 25.000 ເທື່ອຄົນໄດ້ຂີ່ຂະບວນລົດໄຟໂດຍສານສາກົນຈີນ-ລາວໄປທ່ຽວຕ່າງປະເທດ.

ໃນດ້ານການຂົນສົ່ງສິນຄ້າ, ພາກສ່ວນທາງລົດໄຟຈີນ ແລະ ລາວໄດ້ເພີ່ມທະວີການປະສານງານກັບດ່ານພາສີ ແລະ ພາກສ່ວນກວດກາຊາຍແດນຂອງສອງປະເທດຈີນ ແລະ ລາວ, ເພີ່ມທະວີການຈັດສັນການຂົນສົ່ງສິນຄ້າຂ້າມຊາດ, ຕັ້ງໜ້າຊຸກຍູ້ການແຈ້ງດ່ານໂດຍໄວ, ຍົກຄວາມສາມາດຂົນສົ່ງ ແລະ ສະມັດຖະພາບການແຈ້ງດ່ານໃຫ້ສູງຂຶ້ນ, ໄດ້ຫຼຸດຕົ້ນທຶນດ້ານການຈໍລະຈອນສິນຄ້າຕາມທາງລົດໄຟໃຫ້ໜ້ອຍລົງ, ຂະບວນລົດໄຟຂົນສົ່ງສິນຄ້າຕາມທາງລົດໄຟຈີນ-ລາວໄດ້ເພີ່ມຈາກ 2 ຖ້ຽວຕໍ່ມື້ໃນຕອນຫາກໍ່ເປີດບໍລິການທາງລົດໄຟຂຶ້ນເປັນ 20 ຖ້ຽວຕໍ່ມື້ນໄລຍະທີ່ຕ້ອງການຂົນສົ່ງເພີ່ມຂຶ້ນສູງສຸດໃນປັດຈຸບັນ; ນອກນີ້, ໄດ້ເປີດຮູບແບບໃໝ່ໃນການຂົນສົ່ງສາກົນໃໝ່ ເຊັ່ນ: ຂະບວນລົດໄຟດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”, “ຂະບວນລົດໄຟແລ່ນຕາມທາງລົດໄຟຈີນ-ລາວເຊື່ອມຕໍ່ກັບທາງລົດໄຟຈີນ-ເອີຣົບ”ເປັນຕົ້ນ ເຊິ່ງເຮັດໃຫ້ເວລາຂົນສົ່ງສິນຄ້າຈາກລາວ ແລະ ໄທໄປເຖິງເອີຣົບຫຼຸດລົງເຫຼືອພຽງແຕ່ 15 ວັນເທົ່ານັ້ນ. ນອກນີ້, ເພື່ອຕອບສະໜອງຕາມຄວາມຕ້ອງການດ້ານການຂົນສົ່ງສິນຄ້າທີ່ “ຍ່ອຍ, ໜ້ອຍ ແລະ ນ້ອຍ” ຂອງລູກຄ້າໃນປະເທດລາວ, ທາງລົດໄຟຈີນ-ລາວໄດ້ເປີດທຸລະກິດຂົນສົ່ງໄປສະນີດ່ວນຕາມຂະບວນລົດໄຟໂດຍສານລະຫວ່າງນະຄອນຫຼວງວຽງຈັນຫາດ່ານບໍ່ເຕ່ນແຕ່ວັນທີ 20 ກຸມພາຜ່ານມາ ແລະ ບັນລຸ “ການສົ່ງໄປເຖິງຈຸດໝາຍປາຍທາງໃນມື້ດຽວ”, ທາງລົດໄຟຈີນ-ລາວໄດ້ນັບມື້ນັບກາຍເປັນເໝືອນ “ເສັ້ນທາງຄຳດ້ານການຂົນສົ່ງ” ລະຫວ່າງຈີນກັບອາຊຽນ.


ສະຫຼຸບແລ້ວເຫັນວ່າ, ທາງລົດໄຟຈີນ-ລາວໄດ້ເລັ່ງການເຄື່ອນຍ້າຍຂອງບຸກຄະລາກອນ, ການຈໍລະຈອນສິນຄ້າ, ການໄຫຼວຽນຂອງເງິນທຶນ ແລະ ຂໍ້ມູນຂ່າວສານຕາມທາງລົດໄຟ ເຊິ່ງໄດ້ຊຸກຍູ້ການພັດທະນາບໍລິເວນໃກ້ກັບສະຖານີລົດໄຟສຳຄັນຕ່າງໆ ເຊັ່ນ: ສະຖານີວຽງຈັນ ແລະ ສະຖານີຫຼວງພະບາງເປັນຕົ້ນ, ໄດ້ຊຸກຍູ້ການພັດທະນາຂະແໜງການຈໍລະຈອນສິນຄ້າ, ການຄ້າ ແລະ ການທ່ອງທ່ຽວ, ໄດ້ສ້າງເຮັດວຽກເຮັດງານທຳເປັນຈຳນວນຫຼວງຫຼາຍ. ການຂົນສົ່ງສິນຄ້າຂ້າມຊາດຕາມທາງລົດໄຟໄດ້ເພີ່ມຈາກ 10 ກວ່າຊະນິດໃນໄລຍະຫາກໍ່ເປີດບໍລິການ ເຊັ່ນ: ຢາງພາລາ, ປຸຍເຄມີ ແລະ ສິນຄ້າປະເພດຕ່າງໆເປັນຕົ້ນ ຂຶ້ນເປັນ 2.900 ກວ່າຊະນິດໃນປັດຈຸບັນ ເຊັ່ນ: ເອກເລັກໂຕຣນິກ, ອຸປະກອນຜະລິດໄຟຟ້າດ້ວຍແສງຕາເວັນ, ໂທລະຄົມ ແລະ ລົດເປັນຕົ້ນ, ການຂົນສົ່ງສິນຄ້າໄດ້ຂະຫຍາຍໄປເຖິງ 12 ປະເທດໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊັ່ນ: ລາວ, ໄທ, ຫວຽດນາມ ແລະ ມຽນມາເປັນຕົ້ນ ແລະ ຕົວເມືອງສຳຄັນຕ່າງໆໃນ 31 ແຂວງ, ເຂດປົກຄອງຕົນເອງ ແລະ ກຳແພງນະຄອນຂອງຈີນ, ຕົ້ນທຶນດ້ານການຂົນສົ່ງສິນຄ້າລະຫວ່າງນະຄອນຫຼວງວຽງຈັນຫານະຄອນຄຸນໝິງໄດ້ຫຼຸດລົງປະມານ 40% ຫາ 50% ເມື່ອທຽບໃສ່ຕອນທີ່ຍັງບໍ່ທັນໄດ້ເປີດທາງລົດໄຟສາຍນີ້ ເຊິ່ງໄດ້ຊຸກຍູ້ການພັດທະນາຂອງເຂດສວນເສດຖະກິດຕ່າງໆ ເຊັ່ນ: ເຂດເສດຖະກິດກວມລວມໄຊເຊດຖານະຄອນຫຼວງວຽງຈັນ ແລະ ເຂດເສດຖະກິດພິເສດບໍ່ເຕ່ນ, ຜົນຜະລິດແຮ່ທາດເຫຼັກ, ແປ້ງມັນຕົ້ນ ແລະ ຢາງພາລາຂອງປະເທດລາວໄດ້ເພີ່ມຂຶ້ນຢ່າງຈະແຈ້ງ ເຊິ່ງໄດ້ຊຸກຍູ້ການຍົກລະດັບ ແລະ ເພີ່ມຜົນຜະລິດຂອງອຸດສາຫະກຳປະເພດຕ່າງໆ ແລະ ການໄປມາຫາສູ່ກັນດ້ານການຄ້າຕາມທາງລົດໄຟ. ທາງລົດໄຟຈີນ-ລາວໄດ້ເສີມຂະຫຍາຍບົດບາດທີ່ປຽບເໝືອນເປັນ “ເສັ້ນທາງຄຳດ້ານການຂົນສົ່ງ” ນັບມື້ນັບພົ້ນເດັ່ນຂຶ້ນ ແລະ ໄດ້ເພີ່ມຄວາມມີຊີວິດຊີວາໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງເຂດລຽບຕາມທາງລົດໄຟ.