ຈີນ: ຟິລິບປີນຄວນຍຸດຕິການທ້າທາຍເກາະຜິດເພື່ອຫຼີກລ່ຽງບໍ່ໃຫ້ສະຖານະການສັບສົນຂຶ້ນຕື່ມ

2024-03-16 17:00:50 cri


   ວັນທີ 15 ມີນານີ້, ທ່ານພັນເອກພິເສດ ຈ່າງສຽວກ່າງ ຮອງຫົວໜ້າກົມການຂ່າວກະຊວງປ້ອງກັນປະເທດ, ໂຄສົກກະຊວງປ້ອງກັນປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບບັນຫາທີ່ກ່ຽວຂ້ອງກັບການທະຫານໃນຫວ່າງມໍ່ໆມານີ້.

   ມີນັກຂ່າວຖາມວ່າ: ຕາມຂ່າວລາຍງານວ່າ: ຫວ່າງກ່ອນນີ້ບໍ່ດົນ ກຳປັ່ນຕຳຫຼວດທາງທະເລຂອງຈີນແລະຟິລິບປິນໄດ້ຕຳກັນອີກເທື່ອໜຶ່ງຢູ່ເຂດທະເລໃກ້ຫີນໂສໂຄກເຢີນໄອ້, ຕາມສະຖິຕິ ນັບແຕ່ປີນີ້ເປັນຕົ້ນມາ ສອງຝ່າຍໄດ້ມີຄວາມຂັດແຍ້ງກັນເກືອບ 10 ເທື່ອຢູ່ເຂດທະເລທີ່ສອງຝ່າຍມີຂໍ້ຂັດແຍ້ງກັນ, ເຈົ້າໜ້າທີ່ລັດຖະບານແລະກອງທັບຂອງຟິລິບປິນເຫັນວ່າ ການເຄື່ອນໄຫວຂອງຝ່າຍຈີນຍິ່ງຮຸນແຮງກວ່າ, ອາເມຣິກາໄດ້ກ່າວຢ້ຳ “ສັນຍາປ້ອງກັນຮ່ວມລະຫວ່າງອາເມຣິກາ-ຟິລິບປີນ”ເພື່ອສະໜັບສະໜູນຟິລິບປີນ. ຂໍຖາມແດ່ທ່ານໂຄສົກມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?

   ທ່ານພັນເອກພິເສດ ຈ່າງສຽວກ່າງຕອບວ່າ: ຟິລິບປິນເບິ່ງຂ້າມຄວາມອົດກັ້ນດ້ວຍເຈຕະນາທີ່ດີຂອງຈີນ, ໄດ້ລ່ວງເຂົ້າເຂດທະເລມໍ່ກັບຫີນໂສໂຄກເຢີນໄອ້ຂອງຈີນເທື່ອແລ້ວເທື່ອອີກເພື່ອກໍ່ເລື່ອງ ເຊິ່ງໄດ້ລະເມີດ “ກົດລະບຽບສາກົນກ່ຽວກັບການຫຼີກທາງເທິງທະເລ”, ລະເມີດຄວາມຮັບຮູ້ທີ່ເປັນເອກະພາບກັນຂອງສອງຝ່າຍກ່ຽວກັບການຄຸ້ມຄອງແລະຄວບຄຸມຄວາມຂັດແຍ້ງກັນດ້ວຍການເຈລະຈາແລະເປິກສາຫາລືກັນ, ໄດ້ທຳລາຍຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ແລະຄວາມໝັ້ນຄົງທາງທະເລຢ່າງໜັກໜ່ວງ, ລະເມີດຈິດໃຈຂອງ “ຖະແຫຼງການວ່າດ້ວຍການກະທຳຂອງບັນດາຝ່າຍຢູ່ທະເລຈີນໃຕ້”ຢ່າງໜັກໜ່ວງ. ສິ່ງທີ່ຕ້ອງການຊີ້ອອກນັ້ນແມ່ນ: ປະເທດໃຫຍ່ທີ່ຢູ່ນອກພາກພື້ນນີ້ຈຳນວນໜຶ່ງບໍ່ເອົາຫົວຊາຄວາມເປັນຈິງ, ຫາກຍຸແຍ່ກໍ່ເລື່ອງຂຶ້ນ, ເຈຕະນາຢາກທຳລາຍສະຖານະການພາກພື້ນ, ການກະທຳທີ່ຖືຟິລິບປິນເປັນພາຫະນະເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວນັ້ນບໍ່ຖືກກັບຈິດໃຈປະຊາຊົນ, ທັງຝ່າຝືນກັບຄວາມປາດຖະໜາຮ່ວມຂອງປະເທດຕ່າງໆໃນພາກພື້ນທີ່ສະແຫວງຫາສັນຕິພາບແລະການພັດທະນາຮ່ວມກັນ.