ນາຍົກກຳປູເຈຍກ່າວວ່າ: ກຳປູເຈຍຍິນດີຕ້ອນຮັບນັກທ່ອງທ່ຽວຈີນຫຼາຍກວ່າເກົ່າ

2024-03-17 14:40:26 CRI


ວັນທີ 16 ມີນານີ້, ພິທີເປີດເທສະການແມ່ນ້ຳຄັ້ງທີ 8 ຂອງກຳປູເຈຍໄດ້ຈັດຂຶ້ນຢູ່ແຂວງສຽມລຽບທີ່ມີອັງກໍວັດ ມໍລະດົກໂລກ. ທ່ານຮຸນມາເນັດ ນາຍົກລັດຖະມົນຕີກຳປູເຈຍທີ່ເຂົ້າຮ່ວມກິດຈະກຳໃນມື້ດຽວກັນໄດ້ກ່າວວ່າ, ກຳປູເຈຍຍິນດີຕ້ອນຮັບນັກທ່ອງທ່ຽວຈີນເຂົ້າມາທ່ຽວປະເທດຫຼາຍກວ່າເກົ່າ.

 

ເທສະການແມ່ນ້ຳຄັ້ງທີ 8 ທີ່ຈັດຂຶ້ນລະຫວ່າງວັນທີ 15-17 ມີນານີ້, ມີຫົວຂໍ້ວ່າ “ແມ່ນ້ຳແຫ່ງສັນຕິພາບ ແລະ ການພັດທະນາ”. ເຊິ່ງເທສະການແມ່ນ້ຳຂອງກຳປູເຈຍປີນີ້ມີການສະແດງສິລະປະສາກົນ, ການສະແດງດອກໄມ້ໄຟຂະໜາດໃຫຍ່, ການວາງສະແດງຜະລິດຕະພັນການທ່ອງທ່ຽວທີ່ມີເອກະລັກພິເສດ, ເທສະການອາການແມ່ນ້ຳຂອງ ແລະອື່ນໆ. ເຈົ້າໜ້າທີ່ກຳປູເຈຍຄາດຄະເນວ່າຈະມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດປະມານ 1 ລ້ານຄົນເຂົ້າຮ່ວມເທສະການແມ່ນ້ຳຄັ້ງນີ້.

 

ການທ່ອງທ່ຽວເປັນໜຶ່ງໃນ 4 ອຸດສາຫະກຳເສົາຄ້ຳໃນການພັດທະນາເສດຖະກິດຂອງກຳປູເຈຍ. ຂໍ້ມູນຕົວເລກສະແດງໃຫ້ເຫັນວ່າ, ປີ 2023 ກຳປູເຈຍໄດ້ຕ້ອນຮັບນັກທ່ອງທ່ຽວສາກົນຫຼາຍກວ່າ 5,4 ລ້ານເທື່ອຄົນ, ເພີ່ມຂຶ້ນ 139% ເມື່ອທຽບໃສ່ປີ 2022.