ທາງລົດໄຟສາຍໜຶ່ງໄດ້ປ່ຽນແປງຊີວິດຂອງຊາວໜຸ່ມປະເທດໜຶ່ງ!

2024-03-18 14:30:37 cri

ທາງລົດໄຟຈີນ-ລາວໄດ້ເຊື່ອມຕໍ່ນະຄອນຄຸນໝິງ ສປ ຈີນ ແລະ ນະຄອນຫຼວງວຽງຈັນ ສປປ ລາວ, ມີຄວາມຍາວທັງໝົດ 1.035 ກິໂລແມັດ, ເປັນທາງລົດໄຟສາກົນສາຍທຳອິດ ທີ່ນຳໃຊ້ເຕັກນິກ ແລະ ອຸປະກອນຂອງຈີນທັງໝົດ ແລະ ໄດ້ເຊື່ອມຕໍ່ກັບເຄືອຂ່າຍທາງລົດໄຟຈີນໂດຍກົງ. ທາງລົດໄຟຈີນ-ລາວປຽບເໝືອນຂົວມິດຕະພາບທີ່ເຊື່ອມຕໍ່ສອງປະເທດຈີນ ແລະ ລາວຢ່າງແໜ້ນແຟ້ນ. ໃນຂະນະດຽວກັນ, ທາງລົດໄຟສາຍນີ້ກໍໄດ້ເຮັດໃຫ້ຊາວໜຸ່ມລາວຫຼາຍຄົນສາມາດ “ບັນລຸຄວາມຝັນຂອງຕົນ”, ເຮັດໃຫ້ຊາວໜຸ່ມເຫຼົ່ານີ້ມີຊີວິດທີ່ບໍ່ທຳມະດາ.


ທ້າວຄຳສີ ຫັດສະຈັນໄດ້ເກີດຢູ່ໃນເຂດພູດອຍທາງພາກເໜືອຂອງລາວ. ປັດຈຸບັນ, ທ້າວຄຳສີ ຫັດສະຈັນໄດ້ເຮັດວຽກຢູ່ສະໜາມຂົນຖ່າຍສິນຄ້າຂອງສະຖານີຫຼວງພະບາງຕາມທາງລົດໄຟຈີນ-ລາວ ໂດຍຮັບຜິດຊອບວຽກງານຈັດສັນການຂົນຖ່າຍສິນຄ້າ. ປັດຈຸບັນ, ທ້າວຄຳສີ ຫັດສະຈັນໄດ້ເດຮັດວຽກຢູ່ແຫ່ງນີ້ເປັນເວລາເກືອບ 3 ປີແລ້ວ ແລະ ໄດ້ບັນລຸຄວາມຝັນທີ່ຢາກສ້າງເຮືອນໃໝ່ຢູ່ບ້ານເກີດຂອງຕົນ. ພາຍຫຼັງສ້າງເຮືອນໃໝ່ສຳເລັດແລ້ວ, ທ້າວຄຳສີຈະກັບໄປຢາມລູກຢູ່ບ້ານເກີດໃນທຸກວັນທ້າຍສັບປະດາ ແລະ ເຮັດວຽກຊ່ວຍພໍ່ແມ່ຕາມຄວາມສາມາດຂອງຕົນ. ຄອບຄົວນີ້ທີ່ຢູ່ເຂດພູດອຍມີຊີວິດນັບມື້ນັບດີຂຶ້ນ. ພາຍຫຼັງສ້າງເຮືອນໃໝ່ສຳເລັດແລ້ວ, ທ້າວຄຳສີໄດ້ຊື້ດິນຕອນໜຶ່ງຢູ່ນະຄອນຫຼວງພະບາງ ດ້ວຍເງິນສ່ວນເຫຼືອຂອງຕົນ. ລາວກຽມຈະສ້າງເຮືອນຢູ່ນະຄອນຫຼວງພະບາງໃນອະນາຄົດ ແລະ ຈະຮັບເອົາເມຍແລະລູກມາດຳລົງຊີວິດຢູ່ນະຄອນຫຼວງພະບາງ.

ນາງສີດາ ແພງພົງສະຫວັນປີນີ້ອາຍຸໄດ້ 25 ປີ, ເປັນນາຍຊ່າງສ້ອມແປງຕາມທາງລົດໄຟຈີນ-ລາວ, ຕົ້ນຕໍຮັບຜິດຊອບການບົວລະບັດຮັກສາຫົວຈັກລົດໄຟຟ້າຕອນພາຍໃນປະເທດລາວ. ນາງສີດາ ແພງພົງສະຫວັນຢາກໄປເບິ່ງໂລກພາຍນອກທີ່ສຸດຕັ້ງແຕ່ນ້ອຍ. ປີ 2015, ນາງສີດາທີ່ອາຍຸ 16 ປີ ໄດ້ຍິນວ່າ, ຈີນຈະມາສ້າງທາງລົດໄຟຢູ່ປະເທດລາວ, ເລີຍຕັດສິນໃຈຮຽນພາສາຈີນ ເພື່ອຈະໄດ້ໄປເຮັດວຽກຢູ່ຕາມທາງລົດໄຟຈີນ-ລາວ. ພາຍຫຼັງມາ, ນາງໄດ້ໄປຮຽນຢູ່ວິທະຍາໄລເຕັກນິກວິຊາຊີບວິສະວະກຳເຄື່ອງຈັກເອເລັກໂຕຣນິກຢຸນນານ, ນາງໄດ້ຮັບສະໝັກເປັນພະນັກງານຊຸດທຳອິດຂອງທາງລົດໄຟຈີນ-ລາວ ພາຍຫຼັງຮຽນຈົບຈາກວິທະຍາໄລດັ່ງກ່າວ. ໃນຖານະເປັນນາຍຊ່າງສ້ອມແປງຫົວຈັກລົດໄຟ, ນາງຮູ້ສຶກເຫ່ຫຼາຍ. ນາງເຫັນວ່າ, ເພດຍິງບໍ່ຄວນຖືກຈຳກັດໃນດ້ານການຊອກວຽກເຮັດງານທຳ, ບໍ່ຄວນນຸ່ງແຕ່ສິນນັ່ງເຮັດວຽກໃນຫ້ອງການເທົ່ານັ້ນ.

ທ້າວວຽງໄຊ ພຸດທະວົງເຄີຍໄປຮຽນຢູ່ຈີນໃນ 7 ປີກ່ອນ. ຍ້ອນວ່າມັກວັດທະນະທຳຈີນຫຼາຍ, ລາວເລືອກຊອກວຽກເຮັດງານທຳຢູ່ຈີນ ແລະ ຍັງໄດ້ແຕ່ງງານກັບສາວຢຸນນານ. ຍາມມີເວລາຫວ່າງ, ລາວມັກຖ່າຍວິດີໂອສັ້ນ ກ່ຽວກັບປະສົບການສຶກສາ ແລະ ການດຳລົງຊີວິດຢູ່ຈີນຂອງຕົນ ແລ້ວໂພສລົງຕາມສື່ສັງຄົມອອນລາຍ. ພາຍຫຼັງເປີດນຳໃຊ້ທາງລົດໄຟຈີນ-ລາວແລ້ວ, ຄົນລາວໄປທ່ຽວຈີນ ແລະ ຄົນຈີນໄປທ່ຽວລາວນັບມື້ນັບຫຼາຍຂຶ້ນ, ທ້າວວຽງໄຊພົບເຫັນໂອກາດການຄ້າໃນດ້ານນີ້, ລາວກຽມຈະສ້າງຕັ້ງບໍລິສັດນຳທ່ຽວສາກົນແຫ່ງໜຶ່ງ ເພື່ອຈັດສັນເສັ້ນທາງທ່ອງທ່ຽວຂອງຈີນ ແລະ ຂອງລາວ, ຍັງຈະມີທຸລະກິດດ້ານການແລກປ່ຽນວັດທະທະນຳລະຫວ່າງສອງປະເທດຈຳນວນໜຶ່ງອີກດ້ວຍ. ລາວຫວັງວ່າ, ຈະສາມາດຊຸກຍູ້ການແລກປ່ຽນວັດທະນະທຳລະຫວ່າງປະຊາຊົນສອງຊາດ.

ປັດຈຸບັນ, ຊາວໜຸ່ມລາວທີ່ຄືກັນກັບທ້າວຄຳສີ, ນາງສີດາ ແລະ ທ້າວວຽງໄຊນັບມື້ນັບຫຼາຍ ໄດ້ປ່ຽນແປງຊີວິດຂອງຕົນ ຍ້ອນເສັ້ນທາງລົດໄຟສາຍນີ້. ນັບແຕ່ການເປີດນຳໃຊ້ທາງລົດໄຟຈີນ-ລາວເປັນຕົ້ນມາ, ໄດ້ສ້າງວຽກເຮັດງານທຳ 110.000 ກວ່າຕຳແໜ່ງໃນດ້ານການຈໍລະຈອນສິນຄ້າ, ຄົມມະນາຄົມຂົນສົ່ງ, ທຸລະກິດການຄ້າ, ການທ່ອງທ່ຽວ ແລະ ຂະແໜງການອື່ນໆ. ເວົ້າສຳລັບຊາວໜຸ່ມລາວເຫຼົ່ານີ້ແລ້ວ, ທາງລົດໄຟສາຍນີ້ບໍ່ພຽງແຕ່ໄດ້ສະໜອງໂອກາດປະກອບອາຊີບທີ່ດີໃຫ້ແກ່ຕົນເອງເທົ່ານັ້ນ, ຫາກຍັງສາມາດມຸ່ງໜ້າໄປສູ່ອະນາຄົດທີ່ດີງາມກວ່າເກົ່າ ແລະ ເພີ່ມທະວີມິດຕະພາບທີ່ໝັ້ນຄົງຂະໜົງແກ່ນລະຫວ່າງສອງປະເທດຈີນ ແລະ ລາວອີກດ້ວຍ.