ຈຳນວນຜູ້ໂດຍສານຜ່ານທາງລົດໄຟຈີນ-ລາວສ້າງສະຖິຕິໃໝ່ເປັນເວລາ 6 ເດືອນລຽນຕິດ

2024-03-19 14:45:39 cri

ວັນທີ 18 ມີນານີ້, ນັກຂ່າວໄດ້ຮັບຮູ້ຂໍ້ມູນຈາກກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນໝິງວ່າ: ນັບແຕ່ເດືອນກັນຍາປີ 2023 ເປັນຕົ້ນມາ, ຈຳນວນຜູ້ໂດຍສານຜ່ານທາງລົດໄຟຈີນ-ລາວໄດ້ສ້າງສະຖິຕິໃໝ່ເປັນເວລາ 6 ເດືອນລຽນຕິດ.

 

ໃນໄລຍະ 6 ເດືອນນັບແຕ່ເດືອນກັນຍາປີ 2023 ຫາເດືອນມີນາປີ 2024, ຈຳນວນຜູ້ໂດຍສານຜ່ານທາງລົດໄຟຈີນ-ລາວເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ຈາກ 1 ລ້ານເທື່ອຄົນ, 1,16 ລ້ານເທື່ອຄົນ, 1,165 ລ້ານເທື່ອຄົນ, 1,359 ລ້ານເທື່ອຄົນ, 1,856 ລ້ານເທື່ອຄົນ, ໄປເຖິງ 2,222 ລ້ານເທື່ອຄົນ, ຈຳນວນຜູ້ໂດຍສານໄດ້ສ້າງສະຖິຕິໃໝ່ຢ່າງລຽນຕິດ. ນັບແຕ່ຕົ້ນປີ 2024 ເປັນຕົ້ນມາ,ຈຳນວນຜູ້ໂດຍສານໄດ້ບັນລຸເຖິງ 5 ລ້ານເທື່ອຄົນ, ລະຫວ່າງວັນທີ 14 ຫາວັນທີ 17 ກຸມພານີ້, ຈຳນວນຜູ້ໂດຍສານຕໍ່ມື້ໄດ້ບັນລຸຫຼາຍກວ່າ 100.000 ເທື່ອຄົນໃນ 4 ມື້ລຽນຕິດ.