ນາຍົກລັດຖະມົນຕີມາເລເຊຍສະແດງທ່າທີບໍ່ເຂົ້າຂ້າງຝ່າຍໃດເປັນຄັ້ງທີ 3 ໃນເວລາ 1 ເດືອນຜ່ານມາ

2024-03-19 15:16:01 cri

      ຕາມສຳນັກຂ່າວສານແຫ່ງຊາດມາເລເຊຍລາຍງານວ່າ: ທ່ານ ອັນວາ ບິນ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍກ່າວໃນເວລາເຂົ້າຮ່ວມກອງປະຊຸມປະຈຳເດືອນຂອງສຳນັກນາຍົກລັດຖະມົນຕີວ່າ: ມາເລເຊຍໃຫ້ຄວາມເອົາໃຈໃສ່ຕໍ່ການພັດທະນາເສດຖະກິດແລະຄວາມຜາສຸກຂອງປະຊາຊົນ, ເອົາໃຈໃສ່ການຂະຫຍາຍສາຍພົວພັນກັບຈີນ, ບໍ່ມີຄວາມສົນໃຕຕໍ່ “ການເຂົ້າຂ້າງຝ່າຍໃດ”ລະຫວ່າງຈີນ-ອາເມຣິກາ. ນີ້ແມ່ນທ່ານໃຫ້ທັດສະນະແບບນີ້ຄັ້ງທີ 3 ໃນເວລາ 1 ເດືອນຜ່ານມານີ້.