ວິເຄາະສະຖານະການ: ເປັນຫຍັງບໍ່ຄ່ອຍມີໃຜສົນໃຈນຳ “ຂອບເສດຖະກິດອິນໂດ - ປາຊີຟິກ” ທີ່ນຳພາໂດຍອາເມຣິກາ?

2024-03-19 16:43:38 CRI


ຫຼັງຈາກອາເມຣິກາຖອນອອກຈາກສັນຍາສາຍພົວພັນຄູ່ຮ່ວມຂ້າມປາຊິຟິກທີ່ກ້າວໜ້າ ແລະ ຮອບດ້ານແລ້ວ, ລັດຖະບານພັກແຕໂມແກຼດຂອງອາເມຣິກາໄດ້ສ້າງຕັ້ງອັນທີ່ເອີ້ນວ່າ “ຂອບເສດຖະກິດອິນໂດ- ປາຊີຟິກ” ຫຼື IPEF ໂດຍເຕົ້າໂຮມ 14 ປະເທດ ມີເຈຕະນາເຊັນສັນຍາການຄ້າເສລີໃນ 4 ຂົງເຂດ. ແຕ່ວ່າ, ເຖິງວ່າອາເມຣິກາມີຄວາມປາດຖະໜາສູງຕໍ່ IPEF ກໍຕາມ, ແຕ່ຄວາມຄືບໜ້າຕົວຈິງແມ່ນຫ່າງໄກກັບເປົ້າໝາຍໝາຍຢ່າງຫຼວງຫຼາຍ, ປັດຈຸບັນເກືອບບໍ່ມີໃຜມາສົນໃຈນຳເລີຍ. ໃນຂົງເຂດການຄ້າເສລີ, ການເຈລະຈາໄດ້ຕົກຢູ່ໃນສະພາບບໍ່ໄປບໍ່ມາ, ບໍ່ສາມາດບັນລຸການເຊັນສັນຍາໄດ້, ເຊິ່ງຢູ່ເບື້ອງຫຼັງແມ່ນມີສາເຫດທີ່ສັບສົນຫຼາຍ.


ກ່ອນອື່ນ, ໃນຖານະເປັນພາກສ່ວນໜຶ່ງໃນ “ຍຸດທະສາດອິນໂດ- ປາຊີຟິກ”ຂອງອາເມຣິກາ, IPEF ບໍ່ມີການພົວພັນກັບເສດຖະກິດຫຼາຍປານໃດ, ແຕ່ກົງກັນຂ້າມພັດມີຈຸດປະສົງດ້ານການເມືອງຫຼາຍກວ່າ, ໂດຍຫວັງຈະພະຍາຍາມຮ່ວມກັບພັນທະມິດ ແລະ ຄູ່ຮ່ວມມືຢູ່ພາກພື້ນ, ເພື່ອແນໃສ່ຫຼຸດຜ່ອນຖານະບົດບາດຂອງຈີນໃນຕ່ອງໂສ້ການສະໜອງທີ່ສຳຄັນເປັນຂໍກຸນແຈ, ສະກັດກັ້ນບົດບາດຂອງຈີນຢູ່ໃນພາກພື້ນນີ້. ການກະທຳ ເພື່ອລ້ຽວຈີນທີ່ເປັນປະເທດໃຫຍ່ດ້ານການຄ້ານີ້, ແມ່ນບໍ່ສອດຄ່ອງກັບທັດສະນະຂອງເສດຖະກິດໂລກ.


ສອງ, ອາເມຣິກາບໍ່ໄດ້ເປັນຕະຫຼາດ ເປີດກວ້າງມາແຕ່ດົນແລ້ວ, ລັດທິປົກປ້ອງການຄ້າໄດ້ກາຍເປັນຄ່ານິຍົມຮ່ວມຂອງລັດຖະບານ ແລະ ພັກຝ່າຍຄ້ານອາເມຣິກາ. ເດືອນພະຈິກປີ 2023, ກ່ອນກອງປະຊຸມສຸດຍອດຂອງອົງການຮ່ວມມືເສດຖະກິດອາຊີປາຊີຟິກ, ປະເທດສະມາຊິກ IPEF ໄດ້ເຊັນສັນຍາ 3 ສະບັບ, ຄື: ສັນຍາຕ່ອງໂສ້ການສະໜອງ, ສັນຍາເສດຖະກິດສະອາດ ແລະ ສັນຍາເສດຖະກິດຍຸຕິທຳ, ແຕ່ວ່າ ສັນຍາການຄ້າບໍ່ໄດ້ຮັບຄວາມຄືບໜ້າແຕ່ຢ່າງໃດ. ສາເຫດຕົ້ນຕໍຄື: ໃນຊຸມປີຜ່ານມາ,ພາຍໃຕ້ສະພາບແວດລ້ອມດ້ານການເມືອງພາຍໃນປະເທດອາເມຣິກາ,  ຫົວຂໍ້ການຄ້າໄດ້ຖືກຫັນເປັນບັນຫາການເມືອງຢ່າງໜັກໜ່ວງ, ສັນຍາການຄ້າໄດ້ມີຜົນກະທົບທາງລົບຕໍ່ທ່ານໂຈ ໄບເດັນທີ່ແຂ່ງຂັນເລືອກຕັ້ງປະທານາທິບໍດີຊຸດຕໍ່ໄປ.


ກົງກັນຂ້າມ, ຈີນພວມເປີດປະຕູສູ່ພາຍນອກດ້ວຍຄວາມໃຈກວ້າງ. ຂໍ້ລິເລີ່ມການຄ້າສາກົນຕ່າງໆຂອງຈີນພວມໄດ້ຮັບການຊຸກຍູ້ໃຫ້ກ້າວໄປໜ້າຢ່າງໜັກແໜ້ນ, ແລະໄດ້ຮັບຜົນງານຢ່າງອຸດົມສົມບູນ, ບໍ່ວ່າເປັນການທົດລອງເຂດການຄ້າເສລີ, ຫຼື ສ້າງສະຖາບັນການເງິນພາກພື້ນເພື່ອເລັ່ງລັດເພີ່ມການລົງທຶນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ, ລ່ວນແຕ່ເປັນການເພີ່ມກຳລັງແຮງໃຫ້ແກ່ການພັດທະນາເສດຖະກິດຂອງໂລກ. ປັດຈຸບັນນີ້, ຈີນໄດ້ລື່ນກາຍອາເມຣິກາ ແລະກາຍເປັນຄູ່ການຄ້າໃຫຍ່ທີ່ສຸດຂອງອາຊຽນ, ມາຮອດຊູ່ມື້ນີ້, ຍອດມູນຄ້າການຄ້າລະຫວ່າງສອງຝ່າຍຍັງຄົງເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ຂໍ້ມູນສະຖິຕິສະແດງໃຫ້ເຫັນວ່າ, ປີ 2023, ຍອດມູນຄ່າການຄ້າລະຫວ່າງຈີນ ແລະ ອາຊຽນມີເຖິງ 911,7 ຕື້ໂດລາ, ສອງຝ່າຍໄດ້ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງກັນແລະກັນເປັນ 4 ປີລຽນຕິດ, ເຊິ່ງໄດ້ສ້າງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນປະເທດຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້ ກໍຄື ພາກພື້ນອາຊີປາຊີຟິກ.


ຜົນສຳເລັດຂອງເສດຖະກິດອາຊີປາຊີຟິກໄດ້ຮັບຜົນປະໂຫຍດຈາກການເປີດປະຕູສູ່ພາຍນອກ ແລະ ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ບໍ່ວ່າຈະເປັນຂອບການຮ່ວມມືພາກພື້ນໃນນາມໃດກໍຕາມ, ລ້ວນແຕ່ຄວນຍຶດຖືທ່າທີເປີດກວ້າງ ແລະ ກວມລວມ, ຫາກບໍ່ແມ່ນຈຳແນກ ປັດເຂ່ຍຜູ້ອື່ນ, ຫຼື ດຳເນີນລັດທິປົກປ້ອງການຄ້າ. ລັດທິປົກປ້ອງການຄ້າຂອງ ອາເມຣິກາ ນອກຈາກຈະເປັນການອັດປະຕູຕັນຕົນເອງແລ້ວ, ຍັງຈະບໍ່ສາມາດບັນລຸຜົນຕາມທີ່ຄາດຄະເນໄວ້.