ກະຊວງການຕ່າງປະເທດຈີນ: ຈີນສະໜັບສະໜູນອົງການສປຊເສີມຂະຫຍາຍບົດບາດຢ່າງຕັ້ງໜ້າເຂົ້າໃນການຕ້ານຄວາມຢ້ານກົວອິດສະລາມ

2024-03-19 14:44:50 cri

ວັນທີ 18 ມີນານີ້, ທ່ານລິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ຈີນແມ່ນປະເທດສະເໜີຍັດຕິຮ່ວມກ່ຽວກັບ “ມາດຕະການຕ້ານຄວາມຢ້ານກົວອິດສະລາມ”. ພວກເຮົາຍິນດີທີ່ສະມັດຊາໃຫຍ່ອົງການສະຫະປະຊາຊາດຮັບຮອງເອົາມະຕິດັ່ງກ່າວ, ສະໜັບສະໜູນອົງການສປຊເສີມຂະຫຍາຍບົດບາດຢ່າງຕັ້ງໜ້າເຂົ້າໃນການຕ້ານຄວາມຢ້ານກົວອິດສະລາມ.

 

ວັນທີ 15 ມີນານີ້ແມ່ນ “ວັນສາກົນຕ້ານຄວາມຢ້ານກົວອິດສະລາມ” ຄັ້ງທີ 2, ໃນມື້ດຽວກັນ, ສະມັດຊາໃຫຍ່ອົງການສປຊໄດ້ຮັບຮອງເອົາຮ່າງມະຕິ “ມາດຕະການຕ້ານຄວາມຢ້ານກົວອິດສະລາມ”, ຊຸກຍູ້ໃຫ້ບັນດາປະເທດສະມາຊິກນຳໃຊ້ມາດຕະການທີ່ຈຳເປັນເພື່ອຕ້ານຄວາມກຽດຊັງ ແລະການໃຊ້ຄວາມຮຸນແຮງຕໍ່ຊາວມຸດສະລິມ.