ນາຍົກນູແວັນເຊລັງຕ້ອນຮັບທ່ານຫວາງຢີ້

2024-03-19 14:57:38 CRI

ວັນທີ 18 ມີນານີ້, ທ່ານຄຣິສໂຕເຟີ ລູໂຊນ ນາຍົກລັດຖະມົນຕີນູແວນເຊລັງໄດ້ຕ້ອນຮັບທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນທີ່ເດີນທາງໄປຢ້ຽມຢາມຢູ່ນະຄອນຫຼວງເວວລິງຕັນຂອງນູແວນເຊລັງ.

 

ທ່ານຫວາງຢີ້ກ່າວວ່າ: ການພົວພັນລະຫວ່າງຈີນ-ນູແວນເຊລັງມີລັກສະນະຍຸດທະສາດແລະຍາວນານ. ພວກເຮົາຍິນດີຮ່ວມກັບນູແວນເຊລັງຖືເອົາການສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງປະເທດຄົບຮອບ 10 ປີເປັນໂອກາດທີ່ດີ, ສ້າງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານທີ່ມີລະດັບສູງກວ່າເກົ່າ. ຍິນດີທີ່ນູແວນເຊລັງສືບຕໍ່ເຂົ້າຮ່ວມການຮ່່ວມມືດ້ານການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” . ຄ່ອງຄອຍຮ່ວມກັບນູແວນເຊລັງບຸກເບີກຈຸດເຕີບໂຕໃໝ່ຂອງການຮ່ວມມືດ້ານເຕັກນິກ, ສີຂຽວແລະດ້ານອື່ນໆ.

 

ທ່ານຄຣິສໂຕເຟີ ລູໂຊນກ່າວວ່າ: ນູແວນເຊລັງຍິນດີຮັດແໜ້ນການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງຢ່າງຕໍ່ເນື່ອງຕື່ມອີກກັບຈີນ, ລົງເລິກການຮ່ວມມືດ້ານເສດຖະກິດການຄ້າ, ວັດທະນະທຳແລະຂົງເຂດອື່ນໆ, ຊຸກຍູ້ໃຫ້ສອງປະເທດມີຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງພາກພື້ນກໍຄືຂອງໂລກ.