ນັບແຕ່ປີນີ້ເປັນຕົ້ນມາໄທມີນັກທ່ອງທ່ຽວເຂົ້າປະເທດຫຼາຍກວ່າ 8 ລ້ານເທື່ອຄົນ

2024-03-20 14:50:18 CRI

 

ວັນທີ 19 ມີນານີ້, ກະຊວງການທ່ອງທ່ຽວແລະກິລາຂອງໄທໄດ້ເປີດເຜີຍຕົວເລກທີ່ກ່ຽວຂ້ອງຂອງຂະແໜງການທ່ອງທ່ຽວໄທ. ອີງຕາມຕົວເລກສະແດງໃຫ້ເຫັນວ່າ: ນັບແຕ່ປີນີ້ເປັນຕົ້ນມາໄທໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຫຼາຍກວ່າ 8.000.000 ເທື່ອຄົນ, ສ້າງລາຍຮັບໄດ້ປະມານ 359,27 ຕື້ບາດ.

 

ຂ່າວແຈ້ງໃຫ້ຮູ້ວ່າ: ນັບແຕ່ວັນທີ 1 ມັງກອນຫາວັນທີ 17 ມີນານີ້, ມີຄົນຕ່າງປະເທດ8.074.653 ເທື່ອຄົນເຂົ້າໄປປະເທດໄທ. ໃນໄລຍະດັ່ງກ່າວແມ່ນຄົນຈີນເຂົ້າໄປໄທຫຼາຍທີ່ສຸດມີຈຳນວນ:1.493.052ເທື່ອຄົນ, ຮອງລົງມາແມ່ນມາເລເຊຍ 1.046.725 ເທື່ອຄົນແລະປະເທດອື່ນໆ.