ເປັນຫຍັງເສດຖະກິດຈີນຈິ່ງຈະສາມາດຟື້ນຕົວດີຂຶ້ນ?

2024-03-20 10:36:41 cri

ຫວ່າງມໍ່ໆມານີ້, ວິສາຫະກິດຕ່າງປະເທດຫຼາຍແຫ່ງລ້ວນແຕ່ກ່າວວ່າ, ຕະຫຼາດຈີນເປັນຕະຫຼາດທີ່ທົດແທນບໍ່ໄດ້, ພວກເຂົາມີຄວາມເຫັນໄປໃນແງ່ດີຕໍ່ທ່ວງທ່າຂະຫຍາຍຕົວເປັນຢ່າງດີຂອງເສດຖະກິດຈີນ. ທ່ວງທ່າແບບນີ້ມາຈາກໃສ? ພວກເຮົາມາຊອກຫາຄຳຕອບຈາກສະພາບການພັດທະນາເສດຖະກິດແຫ່ງຊາດຈີນໃນເດືອນມັງກອນຫາເດືອນກຸມພາປີນີ້ ທີ່ທາງການຈີນເປີດເຜີຍເມື່ອບໍ່ດົນມານີ້.


ມູນຄ່າເພີ່ມຂອງອຸດສາຫະກຳຂະໜາດໃຫຍ່ຂອງຈີນໄດ້ເພີ່ມຂຶ້ນ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ໃນອຸດສາຫະກຳໃຫຍ່ 41 ປະເພດນັ້ນ, ມູນຄ່າເພີ່ມຂອງ 39 ປະເພດໄດ້ບັນລຸການເຕີບໂຕເປັນເລກບວກ, ເຊິ່ງກວມ 95,1%; ການລົງທຶນດ້ານອະສັງຫາລິມະຊັບໄດ້ເພີ່ມຂຶ້ນ 4,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຕົວເລກຂໍ້ມູນເຫຼົ່ານີ້ສະແດງໃຫ້ເຫັນວ່າ, ສະພາບພື້ນຖານທີ່ເສດຖະກິດຈີນພັດທະນາໄປສູ່ທິດທາງທີ່ດີເປັນໄລຍະຍາວນານນັ້ນ ບໍ່ມີການປ່ຽນແປງ, ປີນີ້ບັນລຸການເຕີບໂຕໃນຕົ້ນປີ ແລະ ສາມາດຮັກສາທ່ວງທ່າການຟື້ນຕົວທີ່ດີຂຶ້ນຕໍ່ໄປ.

ເມື່ອຄົ້ນຄວ້າຕະຫຼາດໃຫຍ່ຂອງຈີນຢ່າງເລິກເຊິ່ງແລ້ວເຫັນວ່າ, ທ່ວງທ່າທີ່ດີມີຢູ່ທຸກທົ່ວໄປ. ມາສັງເກດເບິ່ງການບໍລິໂພກກ່ອນ, ນັບແຕ່ເດືອນມັງກອນຫາເດືອນກຸມພາປີນີ້, ຍອດມູນຄ່າຂາຍຍ່ອຍເຄື່ອງອຸປະໂພກ-ບໍລິໂພກໃນສັງຄົມຈີນໄດ້ເພີ່ມຂຶ້ນ 5,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ໄດ້ສະແດງໃຫ້ເຫັນວ່າ, ການບໍລິໂພກໃນສັງຄົມຈີນໄດ້ເພີ່ມຂຶ້ນຕື່ມອີກ.


ປັດຈຸບັນ, ການພັດທະນາ “ກຳລັງການຜະລິດໃນຄຸນນະພາບໃໝ່” ໄດ້ກາຍເປັນຄຳສັບສຳຄັນທີ່ເປັນຂໍກະແຈໃນເສດຖະກິດຈີນ ໂດຍສະເພາະແມ່ນການນຳໃຊ້ເຄື່ອງມືຜະລິດໃໝ່ ເຊັ່ນ: ອິນເຕີເນັດອຸດສາຫະກຳເປັນຕົ້ນ, ໄດ້ປັບປຸງຂັ້ນຕອນການຜະລິດໃຫ້ດີຂຶ້ນຕື່ມອີກ.

ສິ່ງທີ່ຄວນເອົາໃຈໃສ່ນັ້ນກໍຄື ນັບແຕ່ເດືອນມັງກອນຫາເດືອນກຸມພາປີນີ້, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກສິນຄ້າປະເພດຈັບຕ້ອງໄດ້ຂອງຈີນໄດ້ເພີ່ມຂຶ້ນ 8,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ການຄ້ານຳເຂົ້າ ແລະ ການຄ້າສົ່ງອອກລ້ວນແຕ່ໄດ້ບັນລຸການເພີ່ມຂຶ້ນ. ການຄ້າກັບຕ່າງປະເທດຂອງຈີນໄດ້ເພີ່ມຂຶ້ນອ່າວໄວ, ຈະເປັນການກະຕຸກຊຸກຍູ້ການຟື້ນຟູດ້ານການຄ້າ ແລະ ເສດຖະກິດຂອງທົ່ວໂລກຢ່າງແຂງແຮງ.


ພຶດຕິກຳຕົວຈິງພິສູດວ່າ, ປັດໄຈທີ່ຄ້ຳຊູການຟື້ນຕົວຂອງເສດຖະກິດຈີນແມ່ນນັບມື້ນັບຫຼາຍຂຶ້ນ, ເສດຖະກິດຈີນມີຄວາມສາມາດບັນລຸການເຕີບໂຕ “ແບບກ້າວກະໂດດຂັ້ນ” ແລະ ສຳເລັດເປົ້າໝາຍແລະໜ້າທີ່ໝົດປີ ພ້ອມທັງນຳເອົາຄວາມອົບອຸ່ນມາໃຫ້ແກ່ເສດຖະກິດໂລກ.