“ການແຂ່ງຂັນດອກປີກໄກ່ມິດຕະພາບລະຫວ່າງປະເທດລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນ

2024-03-20 15:15:51 cri

ວັນທີ 19 ມີນານີ້, “ການແຂ່ງຂັນດອກປີກໄກ່ມິດຕະພາບລະຫວ່າງປະເທດລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ໄດ້ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນຂອງກຳປູເຈຍ ເຊິ່ງຈັດຂຶ້ນຮ່ວມກັນໂດຍສະຖານທູດຈີນປະຈຳກຳປູເຈຍ ກັບກະຊວງການຕ່າງປະເທດ ແລະການຮ່ວມມືສາກົນຂອງກຳປູເຈຍ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄົບຮອບ 8 ປີ ແລະ “ສັບປະດາການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ທີ່ຈັດຂຶ້ນລະຫວ່າງວັນທີ 18 ຫາ 24 ມີນານີ້.

 

ມີນັກການທູດຈາກຈີນ, ລາວ, ມຽນມາ, ໄທ ແລະຫວຽດນາມທີ່ປະຈຳຢູ່ກຳປູເຈຍ ພ້ອມດ້ວຍຜູ້ແທນຈາກສະຫະພັນຊາວໜຸ່ມກຳປູເຈຍປະມານ 200 ຄົນໄດ້ເຂົ້າຮ່ວມການແຂ່ງຂັນດັ່ງກ່າວ.