ການຮ່ວມມືດ້ານຊັບພະຍາກອນນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ປັບປຸງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນຢ່າງແທ້ຈິງ

2024-03-21 15:16:31 CRI


ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງກຳເນີດຂຶ້ນຍ້ອນຊັບພະຍາກອນນ້ຳ, ແລະ ຈະເລີນຮຸ່ງເຮືອງຂຶ້ນຍ້ອນຊັບພະຍາກອນນ້ຳ, ຊັບພະຍາກອນນ້ຳມີການພົວພັນໂດຍກົງກັບແຜນການພັດທະນາແຫ່ງຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນປະເທດຕ່າງໆຢູ່ລຸ່ມແມ່ນ້ຳ, ກໍແມ່ນຂົງເຂດບຸລິມະສິດໃນ ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ປີ 2021, “ໂຄງການນ້ຳດື່ມທີ່ສະອາດ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ທີ່ລິເລີ່ມໂດຍຈີນໄດ້ປະຕິບັດຢູ່ບ້ານຫາດຄີບແຂວງຫຼວງພະບາງປະເທດລາວ, ເຮັດໃຫ້ປະຊາຊົນທ້ອງຖິ່ນປະມານ 2000 ຄົນໄດ້ໃຊ້ນ້ຳດື່ມທີ່ສະອາດ. ກ່ອນໜ້ານີ້, ບ້ານຫາດຄີບແມ່ນຂາດແຄນຊັບພະຍາກອນນ້ຳ, ບັນຫາ ນ້ຳດື່ມບໍ່ສະອາດໄດ້ພາໃຫ້ເກີດພະຍາດຖອກທ້ອງ ແລະ ທ້ອງຂີ້ຮາກເລື້ອຍໆ. ຜົນການສຳຫຼວດໃນເວລານັ້ນສະແດງໃຫ້ເຫັນວ່າ, ຊາວບ້ານ 92% ຮູ້ວ່າ ໂຄງການດັ່ງກ່າວແມ່ນມີຄວາມຈຳເປັນທີ່ສຸດ. ອີງຕາມ “ບົດລາຍງານຜົນການປະເມີນແຜນປະຕິບັດງານ 5 ປີຂອງການຮ່ວມມືຊັບພະຍາກອນນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ (2018-2022) ”, “ໂຄງການນ້ຳດື່ມທີ່ສະອາດ” ໄລຍະ 1 ໄດ້ສ້າງໂຄງການສາທິດສະໜອງນ້ຳແບບລວມສູນ 8-9 ບ່ອນ, ແລະ ໂຄງການສາທິດສະໜອງນ້ຳແບບກະຈາຍ 54 ບ່ອນ, ມີຜູ້ໄດ້ຮັບຜົນປະໂຫຍດຫຼາຍກວ່າ 1 ໝື່ນຄົນ.



ຫວ່າງບໍ່ດົນມານີ້, ໂຄງການປັບປຸງລຸ່ມແມ່ນ້ຳຂະໜາດນ້ອຍພາຍໃຕ້ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ໂຄງການສາທິດທີ່ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຢູ່ເຂດຊົນນະບົດພາຍໃຕ້ຫົວຂໍ້ທີ່ວ່າ  “ນ້ຳສະອາດຢູ່ຊົນນະບົດ ການພັດທະນາແບບສີຂຽວ” ເຊິ່ງແມ່ນຈີນປະຕິບັດຢູ່ປະເທດລາວຢ່າງສຳເລັດຜົນນັ້ນ, ໄດ້ຮັບລາງວັນດີເດັ່ນໃນລາງວັນການຮັບມືກັບສິ່ງທ້າທາຍດ້ານຊັບພະຍາກອນນ້ຳຂອງໂລກ. ໂຄງການດັ່ງກ່າວໄດ້ເລືອກເອົາບ້ານຕົວແບບຂອງແຂວງຜົ້ງສາລີຢູ່ປະເທດລາວເປັນບ້ານສາທິດ, ປົກປ້ອງຊັບພະຍາກອນນ້ຳໂດຍແບ່ງອອກເປັນຫຼາຍເຂດ, ຕັ້ງຫຼັກໝາຍ ແລະ ຕິດປ້າຍແຈ້ງການ, ແນະນຳໃຫ້ປະຊາຊົນຮູ້ຈັກການປົກປັກຮັກສາຊັບພະຍາກອນນ້ຳ; ປັບຄ້ອຍຊັນຂອງພູເປັນນາຂັ້ນໄດ, ຫຼຸດຜ່ອນບັນຫາດິນເຈື່ອນ, ຍົກສູງປະສິດທິພາບໃນການນຳໃຊ້ທີ່ດິນ; ເຮັດສວນຕົ້ນໄມ້ໃຫ້ໝາກ, ແຈກເບ້ຍໄມ້, ອົບຮົມຄວາມຮູ້ດ້ານການປູກຝັງ, ຊ່ວຍຊຸກຍູ້ພັດທະນາເສດຖະກິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢູ່ທ້ອງຖິ່ນແຫ່ງນັ້ນ; ສ້າງລະບົບທໍ່ສົ່ງນ້ຳ ແລະ ສະກັ່ນຕອງນ້ຳຢູ່ທ້ອງຖິ່ນແຫ່ງນັ້ນ, ໃຊ້ມາດຕະການປົກປ້ອງແຫຼ່ງນ້ຳ, ຮັບປະກັນຄວາມປອດໄພດ້ານນ້ຳດື່ມຂອງປະຊາຊົນທ້ອງຖິ່ນ; ສ້າງສະຖານທີ່ບຳບັດຂີ້ເຫຍື້ອ ແລະ ເຕົາຈູດເຜົາຂີ້ເຫຍື້ອ, ປ້ອງກັນມົນລະພິດຕໍ່ສິ່ງແວດລ້ອມຢ່າງມີປະສິດທິຜົນ, ຊຸກຍູ້ການພັດທະນາແບບສີຂຽວຂອງທ້ອງຖິ່ນ. ໂຄງການດັ່ງກ່າວໄດ້ຮັບຄວາມຍ້ອງຍໍຊົມເຊີຍໃນລະດັບສູງ ຈາກລັດຖະບານ ແລະ ປະຊາຊົນລາວ.



ໂຄງການສາທິດນ້ຳດື່ມບ້ານຫາດຄີບ, ໂຄງການປັບປຸງລຸ່ມແມ່ນ້ຳຂະໜາດນ້ອຍຢູ່ແຂວງຜົ້ງສາລີເປັນພຽງແຕ່ພາກສ່ວນນ້ອຍໃນການຮ່ວມມືດ້ານຊັບພະຍາກອນນ້ຳໃນກົນໄກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ໃນຖານະເປັນໜຶ່ງໃນຂົງເຂດການຮ່ວມມືບຸລິມະສິດ, ການຮ່ວມມືດ້ານຊັບພະຍາກອນນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຂະຫຍາຍຕົວຢ່າງເປັນລະບຽບໃນຊຸມປີຜ່ານມານີ້. ໃນ 6 ປີຜ່ານມາ, ຈີນໄດ້ຕັ້ງໜ້າແບກຫາບພາລະໃນຖານະປະເທດໃຫຍ່, ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງປະເທດໃຫຍ່, ປະຕິບັດໂຄງການຮ່ວມມືຕົວຈິງໃນຂົງເຂດຊັບພະຍາກອນນ້ຳ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 30 ກວ່າໂຄງການ, ເຊັ່ນ: ຊ່ວຍເຫຼືອລາວ, ກຳປູເຈຍ, ແລະ ມຽນມາຮຽບຮຽງແຜນລວມຄຸ້ມຄອງລຸ່ມແມ່ນ້ຳ, ແລະ ແຜນການລະບາຍນ້ຳເຂົ້ານາ; ຕັ້ງໜ້າປະສານງານໃຫ້ຍ່ານໃຕ້ກຳນົດແຜນການປ້ອງກັນໄພ ແລະ ບັນເທົາໄພນ້ຳຖ້ວມ; ສົ່ງພະລັງງານໄຟຟ້າທີ່ຜະລິດຈາກພະລັງນ້ຳແມ່ນ້ຳລ້ານຊ້າງໄປສູ່ປະເທດທີ່ຢູ່ຍ່ານໃຕ້ ເຊັ່ນ: ມຽນມາ, ລາວ ແລະ ອື່ນໆ; ຊ່ວຍເຫຼືອປະເທດທີ່ຢູ່ຍ່ານໃຕ້ອົບຮົມນັກວິຊການດ້ານຊັບພະຍາກອນນ້ຳ ພ້ອມທັງ ພັດທະນາຊົນລະປະທານ ແລະ ໄຟຟ້ານ້ຳຕົກ, ເຊິ່ງໄດ້ຍົກສູງຄວາມສາມາດໃນການຄຸ້ມຄອງຊັບພະຍາກອນນ້ຳຂອງປະເທດລຸ່ມແມ່ນ້ຳຂອງ, ໄດ້ສ້າງຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນຂອງປະເທດເຫຼົ່ານີ້.


ເພື່ອປະສານງານ ແລະ ຊຸກຍູ້ການຮ່ວມມືດ້ານຊັບພະຍາກອນນ້ຳໃນພາກພື້ນນີ້ໃຫ້ດີກວ່າເກົ່າ, ໃນທ້າຍປີ 2023, 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຮ່ວມກັນກຳນົດແຜນປະຕິບັດງານ 5 ປີສະບັບໃໝ່, ຄື “ແຜນປະຕິບັດງານກ່ຽວກັບການຮ່ວມມືດ້ານຊັບພະຍາກອນນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ(2023-2027)”, ເພື່ອຊຸກຍູ້ການນຳໃຊ້ ຄຸ້ມຄອງ ແລະ ປົກປ້ອງຊັບພະຍາກອນນ້ຳຢ່າງຍືນຍົງ. ເຊື່ອວ່າພາຍໃຕ້ການຊີ້ນຳຈາກແຜນປະຕິບັດງານສະບັບໃໝ່, ການຮ່ວມມືດ້ານຊັບພະຍາກອນນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຈະສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນໃຫ້ໄດ້ຫຼາຍກວ່າເກົ່າ, ເຮັດໃຫ້ເຂົາເຈົ້າຮັບຮູ້ເຖິງບົດບາດອັນສຳຄັນຂອງ ການຮ່ວມມືດ້ານຊັບພະຍາກອນນ້ຳ ແລະ ຄວາມອົບອຸ່ນຈາກປະເທດຈີນ.