ທ່ານສີຈິ້ນຜິງສົ່ງສານຊົມເຊີຍໄປຍັງທ່ານປຣາໂບໂວ ບຽນໂຕທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີອິນໂດເນເຊຍ

2024-03-21 15:27:54 CRI

 

ວັນທີ 20 ມີນານີ້, ທ່ານສີຈິ້ນຜິງ, ປະທານປະເທດຈີນໄດ້ສົ່ງສານໄປຍັງທ່ານປຣາໂບໂວ ບຽນໂຕ, ເພື່ອສະແດງຄວາມຊົມເຊີຍທີ່ທ່ານໄດ້ຮັບເລືອກຕັ້ງເປັນປະທານາທິບໍດີອິນໂດເນເຊຍ.

 

ເນື້ອໃນສານຂອງທ່ານສີຈິ້ນຜິງຊີ້ອອກວ່າ: ຈີນແລະອິນໂດເນເຊຍເປັນບ້ານໃກ້ເຮືອນຄຽງທີ່ມີມິດຕະພາບມາເປັນເວລາຍາວນານ. ພາຍໃຕ້ຄວາມພະຍາຍາມຮ່ວມກັນລະຫວ່າງສອງຝ່າຍ, ການພັດທະນາດ້ານການພົວພັນຂອງສອງປະເທດໄດ້ເລັ່ງຄວາມໄວຂຶ້ນ, ການຮ່ວມມືທີ່ມີຜົນປະໂຫຍດຮ່ວມກັນໄດ້ຮັບຜົນສຳເລັດຢ່າງອຸດົມສົມບູນ. ຂ້າພະເຈົ້າໄດ້ເອົາໃຈໃສ່ເປັນຢ່າງສູງຕໍ່ການພັດທະນາການພົວພັນລະຫວ່າງຈີນ-ອິນໂດເນເຊຍ, ຄອງຄອຍພະຍາຍາມຮ່ວມກັບທ່ານປຣາໂບໂວ ບຽນໂຕທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີອິນໂດເນເຊຍ, ຊີ້ນຳໃຫ້ການສ້າງປະຊາຄົມຮ່ວມຊາຕາກຳຂອງສອງປະເທດໄດ້ຮັບຜົນສຳເລັດຢ່າງໃຫຍ່ຫຼວງກວ່າເກົ່າ, ສ້າງແບບຢ່າງທີ່ດີເຊິ່ງມີຊາຕາກຳຮ່ວມກັນ, ປະສານງານຢ່າງສາມັກຄີກັນແລະຮ່ວມກັນສະແຫວງຫາການພັດທະນາຂອງປະເທດໃຫຍ່ທີ່ກຳລັງພັດທະນາ, ສ້າງຄວາມສຸກຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນສອງປະເທດ, ທຸ້ມເທກຳລັງແຮງຢ່າງເຂັ້ມແຂງກວ່າເກົ່າເຂົ້າໃນຄວາມຈະເລີນຮຸ່ງເຮືອງແລະສະຖຽນລະພາບຂອງພາກພື້ນແລະຂອງໂລກ.