ຂໍ “ເລື່ອງລາວລະຫວ່າງຂ້ອຍກັບຈີນ” ຈາກທົ່ວໂລກ

2024-03-21 15:29:37 CRI

 

ປີ 2024 ແມ່ນປີສ້າງຕັ້ງສາທາລະນະລັດປະຊາຊົນຈີນຄົບຮອບ 75 ປີ. ເພື່ອລົງເລິກການແລກປ່ຽນດ້ານວັດທະນະທຳລະຫວ່າງຈີນກັບຕ່າງປະເທດ, ວິທະຍຸໂທລະພາບສູນກາງຈີນຫຼື CMG ຮ່ວມກັບສື່ມວນຊົນຫຼັກຂອງຕ່າງປະເທດຫຼາຍແຫ່ງ, ໄດ້ເລີ່ມດຳເນີນກິດຈະກຳຂໍເລື່ອງລາວຈາກທົ່ວໂລກພາຍໃຕ້ຫົວຂໍ້ “ປຶ້ມຜ້າແພລອຍຟ້າ: ເລື່ອງລາວລະຫວ່າງຂ້ອຍກັບຈີນ” ໃນວັນທີ 15 ມີນານີ້, ໂດຍໄດ້ເຊີນຊວນໃຫ້ເພື່ອນມິດຕ່າງປະເທດແບ່ງປັນເລື່ອງລາວທີ່ລືມໄດ້ຍາກແລະຄວາມຊົງຈຳທີ່ດີງາມກ່ຽວກັບຈີນແລະໄດ້ເລີ່ມດຳເນີນແຜນການແຮກສ່ຽວໃນທົ່ວໂລກພາຍໃຕ້ຫົວຂໍ້ “ປຶ້ມຜ້າແພລອຍຟ້າ: ເລື່ອງລາວລະຫວ່າງຂ້ອຍກັບຈີນ” ໃນເວລາດຽວກັນ. ໂຮງຮຽນມັດທະຍົມລີນຄອນລັດວໍຊີງຕັນຂອງອາເມຣິກາໃນຖານະເປັນສະມາຊິກງວດທຳອິດໄດ້ເຂົ້າຮ່ວມແຜນການດັ່ງກ່າວ, ແລະໄດ້ຮັບໃບຢັ້ງຢືນ.

 


ປັດຈຸບັນນີ້, ພວກເຮົາຈິງໃຈເຊີນຊວນໃຫ້ທ່ານມາເຂົ້າຮ່ວມກິດຈະກຳ, ແບ່ງປັນເລື່ອງລາວລະຫວ່າງທ່ານກັບຈີນໃຫ້ພວກເຮົາຮູ້ໂດຍຜ່ານບົດຄວາມ, ຮູບພາບ, ວິດີໂອສັ້ນແລະໂປສະເຕີກໍໄດ້. ເລື່ອງລາວຂອງທ່ານມີໂອກາດຈະໄດ້ຮັບການຖ່າຍທອດຜ່ານທາງໂທລະພາບແລະໂທລະສັບມືຖືຂອງລາຍການ“ຫາງສຽງຈີນ” ທາງຊ່ອງສາກົນພາສາຈີນຂອງ CMG ເພື່ອໃຫ້ຜູ້ຄົນຫຼາຍກວ່າເກົ່າມາເປັນສັກຂີພິຍານໃຫ້ແກ່ບຸນວາດສະໜາລະຫວ່າງທ່ານກັບຈີນ. ນັບແຕ່ມື້ນີ້ເປັນຕົ້ນໄປຈົນຮອດທ້າຍເດືອນສິງຫາປີນີ້, ພວກເຮົາຄອງຄອຍທ່ານມາເຂົ້າຮ່ວມກິດຈະກຳ.