ຈີນໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳແກ່ເຂດກາຊາຢ່າງຕໍ່ເນື່ອງ

2024-03-21 15:28:48 cri

      ຕາມຂ່າວຈາກສະຖານທູດຈີນປະຈຳເອຢິບໃຫ້ຮູ້ວ່າ: ເພື່ອເຮັດໃຫ້ສະຖານະການດ້ານມະນຸດສະທຳຢູ່ເຂດກາຊາຜ່ອນຄາຍລົງ,ລັດຖະບານຈີນໄດ້ສະໜອງການຊ່ວຍເຫຼືອເທົ່າທີ່ຕົນມີຄວາມສາມາດໃຫ້ແກ່ປາແລັດສະຕິນຢ່າງຕໍ່ເນື່ອງ,ໄດ້ສະໜອງເງິນຊ່ວຍເຫຼືອທີ່ເປັນເງິນຝາກງວດໜຶ່ງພ້ອມທັງໄດ້ສະໜອງເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳສຸກເສີນຕ່າງໆໃຫ້ແກ່ເຂດກາຊາໂດຍແບ່ງເປັນສອງງວດເຊິ່ງລວມທັງອາຫານ,ຢາປົວພະຍາດ,ອຸປະກອນການແພດແລະອື່ນໆ.


      ປັດຈຸບັນພໍດີຖືກກັບໄລຍະເດືອນຖືສິນອົດຫຼືຣາມາດານ, ຈີນພວມຂຸ້ນຂ້ຽວສະໜອງອາຫານໃຫ້ແກ່ເຂດກາຊາ. ວັນທີ 28 ມີນານີ້, ເຂົ້າສານທີ່ຈີນຊ່ວຍເຫຼືອປາແລັດສະຕິນຈະສົ່ງໄປຮອດທ່າກຳປັ່ນໄຊດ໌ຂອງເອຢິບ,ແລ້ວຈະສົ່ງໄປເຂດກາຊາໂດຍຜ່ານດ່ານຣາຟາ.