ກະຊວງການຕ່າງປະເທດຈີນ: ນາຍົກລັດຖະມົນຕີໂດມິນິກັນຈະຢ້ຽມຢາມຈີນ

2024-03-21 15:26:31 cri


      ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເມື່ອວັນທີ 20 ມີນານີ້, ທ່ານ ລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ປະກາດວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ, ທ່ານ ໂຣຊີວິ ສເກຣິດ ນາຍົກລັດຖະມົນຕີໂດມິນິກັນຈະຢ້ຽມຢາມຈີນຢ່າງເປັນທາງການລະຫວ່າງວັນທີ 23 ຫາ 29 ມີນານີ້.


      ໃນໄລຍະຢ້ຽມຢາມ, ສອງຝ່າຍຈະລົງເລິກແລກປ່ຽນຄວາມຄິດເຫັນກ່ຽວກັບການພົວພັນສອງຝ່າຍແລະບັນຫາທີ່ມີຄວາມສົນໃຈຮ່ວມກັນ,ຮ່ວມກັນວາງແຜນການພັດທະນາກ່ຽວກັບການພົວພັນລະຫວ່າງຈີນ-ໂດມິນິກັນໃນອະນາຄົດ. ເຊື່ອໝັ້ນວ່າການຢ້ຽມຢາມຄັ້ງນີ້ຈະສາມາດຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ກ້າວຂຶ້ນສູ່ລະດັບໃໝ່.