ທ່ານສີຈິ້ນຜິງຢ້ຽມຢາມນະຄອນສາງຊ່າແຂວງຫູໜານ(ພາກທີ1)

2024-03-21 15:35:47 cri





ຕອນບ່າຍວັນທີ18ມີນາ2024, ທ່ານສີຈິ້ນຜິງ ໄດ້ຢ້ຽມຢາມມະຫາວິທະຍາໄລສ້າງຄູທີໜຶ່ງຫູໜານ

 

ຕອນບ່າຍວັນທີ18ມີນາ2024, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ນະຄອນສາງຊ່າ ແຂວງຫູໜານ ເຊິ່ງເປັນເທື່ອທຳອິດທີ່ເພິ່ນລົງເຄື່ອນໄຫວຢ້ຽມຢາມທ້ອງຖິ່ນພາຍຫຼັງກອງປະຊຸມສະພາປະຊາຊົນແຫ່ງຊາດຈີນແລະກອງປະຊຸມສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນຫຼືເອີ້ນຫຍໍ້ວ່າ ກອງປະຊຸມສອງສະພາປະຈຳປີ2024. ເທື່ອນີ້, ທ່ານສີຈິ້ນຜິງໄດ້ເດີນທາງໄປມະຫາວິທະຍາໄລແຫ່ງໜຶ່ງທີ່ມີປະຫວັດມາຢ່າງຍາວນານຕິດພັນກັບການປະຕິວັດ ແລະວິສາຫະກິດແຫ່ງໜຶ່ງທີ່ມີເອກະລັກພົ້ນເດັ່ນດ້ານການປະດິດສ້າງຕາມລຳດັບ.



ຕອນບ່າຍວັນທີ18ມີນາ2024, ທ່ານສີຈິ້ນຜິງ ໄດ້ຢ້ຽມຢາມບໍລິສັດວັດຖຸພັນແບັດເຕີລີBASF-SHANSHAN ຈຳກັດທີ່ນະຄອນສາງຊ່າ

 

ຫຼັງຈາກກອງປະຊຸມສອງສະພາປະຈຳປີ2024ຫາກໍສຳເລັດລົງໄດ້ໜຶ່ງອາທິດ, ທ່ານສີຈິ້ນຜິງໄດ້ເດີນທາງໄປແຂວງຫູໜານເພື່ອເລີ່ມດຳເນີນການສຳຫຼວດກວດກາວຽກງານເປັນຄັ້ງທຳອິດຫຼັງຈາກກອງປະຊຸມສອງສະພາ.

 

“ຕ້ອງກຳແໜ້ນທຸກກາລະໂອກາດທີ່ເອື້ອອຳນວຍ, ນຳໃຊ້ເງື່ອນໄຂທີ່ເອື້ອອຳນວຍທຸກຢ່າງ, ເມື່ອມີເປົ້າໝາຍຄັກແນ່ແລ້ວກໍເລັ່ງລົງມືປະຕິບັດ, ປຸກລະດົມຄວາມຫ້າວຫັນຂອງທຸກດ້ານມາເຮັດນຳກັນ.” ຄຳເວົ້າດັ່ງກ່າວທີ່ທ່ານສີຈິ້ນຜິງກ່າວໃນໄລຍະເຂົ້າຮ່ວມກອງປະຊຸມສອງສະພາປີນີ້ ໄດ້ສົ່ງສັນຍານອັນຈະແຈ້ງຄື: ຕ້ອງປະຕິບັດຕາມທິດທາງທີ່ ເວລາບໍ່ຄ່ອຍຖ້າເຮົາ, ການເຮັດແທ້ທຳຈິງຕ້ອງໄປກ່ອນ. ນອກນີ້, ຍັງໄດ້ຊີ້ແຈງໃຫ້ເຫັນເຖິງສາເຫດອັນສຳຄັນທີ່ເພິ່ນຟ້າວເດີນທາງໄປຢ້ຽມຢາມທ້ອງຖິ່ນໂດຍໄວຫຼັງຈາກກອງປະຊຸມສອງສະພາສຳເລັດລົງ.

 



ນະຄອນສາງຊ່າແຂວງຫູນານ

ນີ້ແມ່ນເທື່ອທີ4ທີ່ທ່ານສີຈິ້ນຜິງເດີນທາງໄປຢ້ຽມຢາມແຂວງຫູໜານພາຍຫຼັງທີ່ເພິ່ນດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກເມື່ອປີ2012ເປັນຕົ້ນມາ.

 

ເລີ່ມຈາກກ່ອນທີ່ກອງປະຊຸມຄົບຄະນະຄັ້ງທີ3ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ18ໃກ້ຈະໄຂຂຶ້ນເມື່ອປີ2013, ໄລຍະລົງເຄື່ອນໄຫວຢ້ຽມຢາມແຂວງຫູໜານ, ທ່ານສີຈິ້ນຜິງໄດ້ສະເໜີແນວຄິດ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ”ເປັນຄັ້ງທຳອິດ, ຈົນຮອດ ການລົງເຄື່ອນໄຫວສຳຫຼວດກວດກາວຽກງານຢູ່ແຫ່ງຕ່າງໆເຊັ່ນນະຄອນເຢ້ຢາງແຂວງຫູໜານເປັນຕົ້ນເນື່ອງໃນໂອກາດທີ່ການພັດທະນາແລວເສດຖະກິດແມ່ນ້ຳຢາງຊີກ້ຽງໄດ້ຮັບການຊຸກຍູ້ໃຫ້ຂະຫຍາຍຕົວລົງສູ່ລ່ວງເລິກເມື່ອປີ2018, ຕະຫຼອດຮອດກ່ອນທີ່ກອງປະຊຸມຄົບຄະນະຄັ້ງທີ5ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ19ໃກ້ຈະໄຂຂຶ້ນເມື່ອປີ2020,ທ່ານສີຈິ້ນຜິງໄດ້ເປັນປະທານກອງປະຊຸມສົນທະນາກັບຜູ້ຕາງໜ້າຂັ້ນຮາກຖານຢູ່ນະຄອນສາງຊ່າ ເພື່ອເກັບກຳຄຳຄິດເຫັນຂອງປະຊາຊົນກ່ຽວກັບການພັດທະນາເສດຖະກິດ-ສັງຄົມໃນໄລຍະປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ5ປີຄັ້ງທີ14. ສາມາດເວົ້າໄດ້ວ່າ: ການຢ້ຽມຢາມແຂວງຫູໜານທຸກຄັ້ງຂອງທ່ານສີຈິ້ນຜິງລ້ວນແຕ່ແມ່ນກົງກັບຈຸດເວລາອັນສຳຄັນແຫ່ງການພັດທະນາພາລະກິດຂອງພັກແລະລັດ.

 

 ສຳລັບການຢ້ຽມຢາມແຂວງຫູໜານປີນີ້ກໍເຊັ່ນດຽວກັນ, ເພາະປີ2024ນີ້ເປັນປີຄົບຮອບ75ປີແຫ່ງການສະຖາປະນາສປຈີນ, ເປັນປີຂໍກຸນແຈສຳຄັນແຫ່ງການບັນລຸໜ້າທີ່ເປົ້າໝາຍຕາມແຜນການ5ປີຄັ້ງທີ14ກຳນົດໄວ້. ສ່ວນຫູໜານເປັນແຂວງສຳຄັນດ້ານເສດຖະກິດຢູ່ເຂດພາກກາງຂອງຈີນ, ລວມຍອດຜະລິດຕະພັນພາຍໃນຫຼືGDPໃນປີ2023ໄດ້ບັນລຸຫຼາຍກວ່າ 5000ຕື້ຢວນເປັນຄັ້ງທຳອິດ. ໃນເວລາສຳຫຼວດກວດກາວຽກງານຢູ່ແຂວງຫູໜານເມື່ອ4ປີກ່ອນ, ທ່ານສີຈິ້ນຜິງໄດ້ເນັ້ນໜັກໃຫ້ບຸກເບີກເສັ້ນທາງໃໝ່ແຫ່ງການຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ ເພື່ອຂຽນປະຫວັດສາດໜ້າໃໝ່ຂອງແຂວງຫູໜານແຫ່ງການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່.

 

ສະນັ້ນ, ໃນປີທີ່ເປັນຂໍກຸນແຈສຳຄັນນີ້, ທ່ານສີຈິ້ນຜິງເດີນທາງໄປຢ້ຽມຢາມແຂວງຫູໜານອີກຄັ້ງໜຶ່ງ, ເພິ່ນໄດ້ເອົາໃຈໃສ່ຫຍັງ? ໄດ້ເນັ້ນໜັກຫຍັງ? ເຊິ່ງລ້ວນແຕ່ມີຄວາມໝາຍສຳຄັນຍິ່ງຄື ວາງແຜນພັດທະນາເຂດແຄວ້ນໜຶ່ງຈະພົວພັນເຖິງສະພາບລວມຂອງຊາດ.

 



ວິທະຍາໄລເສີງໜານມະຫາວິທະຍາໄລສ້າງຄູທີໜຶ່ງຫູໜານ

ຕອນບ່າຍວັນທີ18ມີນາປີ2024, ບ່ອນທຳອິດທີ່ທ່ານສີຈິ້ນຜິງສຳຫຼວດກວດກາວຽກງານຢູ່ແຂວງຫູໜານ, ເພິ່ນໄດ້ເດີນທາງໄປວິທະຍາໄລເສີງໜານມະຫາວິທະຍາໄລສ້າງຄູທີໜຶ່ງຫູໜານ.

 

ມະຫາວິທະຍາໄລສ້າງຄູທີໜຶ່ງຫູໜານມີສົມຍານາມວ່າ: “ໂຮງຮຽນພັນປີ ສ້າງຄູຮ້ອຍປີ” ເຊິ່ງຕັ້ງຢູ່ແຄມແມ່ນ້ຳຊ່ຽງຈ່ຽງແລະຕີນພູມ້ຽວກ່າວເຟີ່ງ. ຕົ້ນກຳເນີດຂອງມະຫາວິທະຍາໄລແຫ່ງນີ້ແມ່ນໂຮງຮຽນເສີງໜານທີ່ທ່ານຈ່າງຊື້ ນັກປັດຊະຍາຂົງຈື້ໃນສະໄໝລາຊະວົງຊົ້ງໃຕ້ສ້າງຕັ້ງຂຶ້ນເມື່ອຄສ 1161. ເພື່ອຍົກລະດັບສະຕິປັນຍາຂອງປະຊາຊົນ ແລະສົ່ງເສີມການສຶກສາສ້າງຄູແບບໃໝ່, ໂຮງຮຽນດັ່ງກ່າວຈຶ່ງຫັນປ່ຽນເປັນໂຮງຮຽນສ້າງຄູຫູໜານໃນປີ1903, ມາຮອດປີ1912 ໄດ້ປ່ຽນຊື່ເປັນ ໂຮງຮຽນສ້າງຄູແຫ່ງລັດທີໜຶ່ງຫູໜານ.

 


ວິທະຍາໄລເສີງໜານມະຫາວິທະຍາໄລສ້າງຄູທີໜຶ່ງຫູໜານ

ມະຫາວິທະຍາໄລແຫ່ງນີ້ບໍ່ພຽງແຕ່ເປັນແຫຼ່ງກຳເນີດສຳຄັນຂອງວັດທະນະທຳຫູໜານເທົ່ານັ້ນ ຍັງເປັນ “ອູ່ສີແດງ”ເຊິ່ງໝາຍເຖິງ “ແຫຼ່ງກຳເນີດ” ການປະຕິວັດຈີນອີກດ້ວຍ. ນັກປະຕິວັດອາວຸໂສຈຳນວນຫຼວງຫຼາຍຂອງຈີນເຊັ່ນ ສະຫາຍເໝົາເຈີຕຸ່ງ, ສະຫາຍ ໄຊ້ເຫີເຊີນ ເປັນຕົ້ນແມ່ນເຄີຍຮຽນຢູ່ມະຫາວິທະຍາໄລແຫ່ງນີ້.

 

ນັບແຕ່ສ້າງຕັ້ງຂຶ້ນເປັນຕົ້ນມາ, ມະຫາວິທະຍາໄລສ້າງຄູທີໜຶ່ງຫູໜານໄດ້ບຳລຸງສ້າງຄູອາຈານທີ່ດີເດັ່ນແລະຜູ້ມີຄວາມຮູ້ຄວາມສາມາດປະເພດຕ່າງໆທັງໝົດຫຼາຍກວ່າ 120.000 ຄົນ. ປີ 2008, ວິທະຍາໄລສ້າງຄູທີໜຶ່ງແຂວງຫູໜານ ຖືກຍົກລະດັບຂຶ້ນເປັນມະຫາວິທະຍາໄລສ້າງຄູທີໜຶ່ງຫູໜານ. ປັດຈຸບັນ, ມະຫາວິທະຍາໄລແຫ່ງນີ້ມີ 38 ວິຊາຮຽນຊັ້ນປະລິຍາຕີ, ມີນັກສຶກສາ 22.000 ກວ່າຄົນ.

 



ຄຳຂວັນປະຈຳມະຫາວິທະຍາໄລສ້າງຄູທີໜຶ່ງຫູໜານ ຄື “ຢາກເປັນຄູອາຈານຂອງປະຊາຊົນ ໃຫ້ເປັນນັກຮຽນຂອງປະຊາຊົນກ່ອນ” 

ມະຫາວິທະຍາໄລສ້າງຄູທີໜຶ່ງຫູໜານມີຄຳຂວັນປະຈຳທີ່ມີຊື່ສຽງຫຼາຍ ຄື “ຢາກເປັນຄູອາຈານຂອງປະຊາຊົນ ໃຫ້ເປັນນັກຮຽນຂອງປະຊາຊົນກ່ອນ” ເຊິ່ງເປັນຄຳຈາລຶກທີ່ສະຫາຍ ເໝົາເຈີຕຸ່ງ ຂຽນເພື່ອໂຮງຮຽນເກົ່າຂອງເພິ່ນເມື່ອປີ1950. ນອກນີ້, ສະຫາຍ ສວີເທີ້ລີ້ ນັກປະຕິວັດອາວຸໂສຂອງຈີນແລະນັກ ການສຶກສາທີ່ມີຊື່ສຽງຂອງຈີນເຄີຍໄດ້ຂຽນຄຳຈາລຶກໃຫ້ໂຮງຮຽນສ້າງຄູທີໜຶ່ງແຂວງຫູໜານຫຼືມະຫາວິທະຍາໄລສ້າງຄູທີໜຶ່ງຫູໜານໃນປັດຈຸບັນວ່າ: “ສະແຫວງຫາສັດຈະທຳຈາກຄວາມເປັນຈິງ, ບໍ່ຖືຕົນເອງຖືກຢູ່ສະເໝີ” ຄຳຈາລຶກນີ້ໄດ້ກາຍເປັນແບບແຜນຂອງໂຮງຮຽນແຫ່ງນີ້.

 

ທ່ານສີຈິ້ນຜິງໄປຢ້ຽມຢາມມະຫາວິທະຍາໄລໂດຍເນັ້ນໜັກໃຫ້ຍຶດໝັ້ນໃນໜ້າທີ່ພື້ນຖານແຫ່ງການສຶກສາເພື່ອສ້າງຄົນໃຫ້ມີຄຸນສົມບັດ

 

ໃນເວລາຢ້ຽມຢາມມະຫາວິທະຍາໄລສ້າງຄູທີໜຶ່ງຫູໜານ, ທ່ານສີຈິ້ນຜິງໄດ້ລົງເລິກຮັບຮູ້ສະພາບການຕ່າງໆຂອງມະຫາວິທະຍາໄລແຫ່ງນີ້ເຊັ່ນ: ການນຳໃຊ້ຊັບພະຍາກອນປະຫວັດສາດການປະຕິວັດໃຫ້ດີ, ຍຶດໝັ້ນໃນໜ້າທີ່ພື້ນຖານແຫ່ງການສຶກສາເພື່ອສ້າງຄົນໃຫ້ມີຄຸນສົມບັດແລະອື່ນໆ.

 



ວິທະຍາໄລເສີງໜານມະຫາວິທະຍາໄລສ້າງຄູທີໜຶ່ງຫູໜານ

ການຢ້ຽມຢາມຂອງທ່ານສີຈິ້ນຜິງເທື່ອນີ້ແມ່ນພໍດີກົງກັບວັນຄົບຮອບ5ປີແຫ່ງການຈັດກອງປະຊຸມສຳຄັນຄັ້ງໜຶ່ງຄື ກອງປະຊຸມສຳມະນາຄູອາຈານສອນວິຊາທິດສະດີການເມືອງແນວຄິດ. ວັນທີ18ມີນາ2019, ໃນກອງປະຊຸມສຳມະນາພາຍໃຕ້ຫົວຂໍ້ “ວິຊາທິດສະດີການເມືອງແນວຄິດ”ຄັ້ງນັ້ນ, ທ່ານສີຈິ້ນຜິງໄດ້ໃຫ້ຄຳຕອບກ່ຽວກັບຄຳຖາມທີ່ວ່າ: ການສຶກສາແມ່ນຕ້ອງບຳລຸງສ້າງຄົນແບບໃດ? ຄວນບຳລຸງສ້າງຄືແນວໃດ? ແລະບຳລຸງສ້າງເພື່ອໃຜ?

 

ນັບຕັ້ງແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນເມື່ອປີ2012ເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ເດີນທາງໄປສະຖາບັນການສຶກສາຫຼາຍຄັ້ງ, ສິ່ງທີ່ເພິ່ນໄດ້ຟັງຫຼາຍທີ່ສຸດແມ່ນວິຊາທິດສະດີການເມືອງແນວຄິດ ເຊິ່ງເປັນຫຼັກສູດທີ່ເປັນຂໍກຸນແຈສຳຄັນ, ແລະສິ່ງທີ່ເພິ່ນໄດ້ເວົ້າຫຼາຍທີ່ສຸດແມ່ນການສ້າງຄົນໃຫ້ມີຄຸນສົມບັດ ເຊິ່ງເປັນໜ້າທີ່ພື້ນຖານຂອງວຽກງານການສຶກສາ. ໃນໄລຍະໄປສຳຫຼວດກວດກາວຽກງານຢູ່ແຂວງຫູໜານເມື່ອ4ປີກ່ອນ, ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມສະຖາບັນການສຶກສາສອງເທື່ອ.

 

ຢູ່ໂຮງຮຽນປະຖົມຕີ້ຢີ່ພ້ຽນຕາແສງເຜົ່າຢ້າວເວີນໝິງເມືອງຢູເສີງ ນະຄອນເຊີ່ນໂຈ່ວ, ທ່ານສີຈິ້ນຜິງໄດ້ຍ່າງເຂົ້າໄປໃນຫ້ອງຮຽນຊັ້ນປ4 , ເພິ່ນຝາກຄວາມຫວັງໄວ້ກັບນັກຮຽນທັງຫຼາຍຈົ່ງສືບທອດມູນເຊື້ອປະຕິວັດໃຫ້ດີ: “ພາລະກິດການປະຕິວັດຕ້ອງສືບທອດຕໍ່ກັນໄປຈາກຮຸ່ນສູ່ຮຸ່ນ”

 

ຢູ່ວິທະຍາໄລເຢ້ລູ້ມະຫາວິທະຍາໄລຫູໜານ, ທ່ານສີຈິ້ນຜິງໄດ້ໂອ້ລົມສົນທະນາຢ່າງໃກ້ຊິດກັບບັນດາຄູອາຈານແລະນັກສຶກສາທີ່ພວມດຳເນີນການຮຽນ-ການສອນທິດສະດີການເມືອງແນວຄິດ. ເພິ່ນໄດ້ເນັ້ນໜັກໃຫ້ຖືເອົາການຮຽນການສອນຢູ່ໃນຫ້ອງຮຽນແລະການຮຽນການສອນໃນພາກປະຕິບັດຕົວຈິງປະສານສົມທົບກັນແບບກາຍອິນຊີ.

 

ໃນໄລຍະລົງເຄື່ອນໄຫວຢ້ຽມຢາມທ້ອງຖິ່ນເປັນຄັ້ງທຳອິດຫຼັງຈາກກອງປະຊຸມສອງສະພາປະຈຳປີ2024, ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມສະຖາບັນການສຶກສາອີກຄັ້ງໜຶ່ງໂດຍໄດ້ເອົາໃຈໃສ່ວຽກງານການສຶກສາເພື່ອສ້າງຄົນໃຫ້ມີຄຸນສົມບັດ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງວິໄສທັດທີ່ເບິ່ງກວ້າງມອງໄກ.

 

ບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກກອມມູນິດຈີນໄດ້ຈັດເອົາເນື້ອໃນກ່ຽວກັບວຽກງານການສຶກສາ,ວິທະຍາສາດເຕັກນິກແລະຜູ້ມີຄວາມຮູ້ຄວາມສາມາດເປັນພາກໜຶ່ງສະເພາະເພື່ອວາງແຜນຍຸດທະສາດ ເຊິ່ງເປັນການສົ່ງສັນຍານຕະລຸມບອນເພື່ອເລັ່ງສ້າງປະເທດເຂັ້ມແຂງດ້ານການສຶກສາ.

 

ເດືອນພຶດສະພາປີ2023ຜ່ານມາ, ໃນເວລາເປັນປະທານການຮ່ຳຮຽນລວມໝູ່ຄັ້ງທີ5ຂອງກົມການເມືອງສູນກາງພັກກອມມູນິດຈີນ, ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ: ພວກເຮົາຕ້ອງສ້າງປະເທດເຂັ້ມແຂງດ້ານການສຶກສາ, ຄືປະເທດເຂັ້ມແຂງດ້ານການສຶກສາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຕ້ອງຖືເອົາການຍຶດໝັ້ນການນຳພາຮອບດ້ານຂອງພັກຕໍ່ວຽກງານການສຶກສາເປັນສິ່ງຮັບປະກັນພື້ນຖານ, ຖືເອົາການສຶກສາເພື່ອສ້າງຄົນໃຫ້ມີຄຸນສົມບັດເປັນໜ້າທີ່ພື້ນຖານ, ຖືເອົາການສຶກສາຄົນເພື່ອພັກແລະການສ້າງຜູ້ມີຄວາມຮູ້ຄວາມສາມາດ ເພື່ອປະເທດຊາດເປັນເປົ້າໝາຍພື້ນຖານ, ຖືເອົາການຮັບໃຊ້ພາລະກິດຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນເປັນພາລະກຳສຳຄັນ, ຖືເອົາຄວາມທັນສະໄໝດ້ານແນວຄິດ, ລະບົບ, ລະບຽບການ, ເນື້ອໃນ, ວິທີການ ແລະການຄຸ້ມຄອງການສຶກສາເປັນທິດທາງພື້ນຖານ, ຖືເອົາການຄ້ຳຊູແລະນຳພາຄວາມທັນສະໄໝແບບຈີນເປັນບົດບາດແກນກາງ, ເປົ້າໝາຍສຸດທ້າຍແມ່ນ ພັດທະນາການສຶກສາໃຫ້ດີທີ່ປະຊາຊົນເພິ່ງພໍໃຈ.