ການຊີ້ໄມ້ຊີ້ມືຂອງນັກການເມືອງຕາເວັນຕົກຈຳນວນໜຶ່ງຈະບໍ່ສາມາດກີດຂວາງການພັດທະນາຂອງຮົງກົງໄດ້

2024-03-21 15:44:45 cri

ພາຍຫຼັງສະພານິຕິບັນຍັດຮົງກົງໄດ້ຜ່ານ “ກົດລະບຽບການປ້ອງກັນຄວາມໝັ້ນຄົງແຫ່ງຊາດ” ດ້ວຍສຽງເຫັນດີໝົດ ແລະ ສຳເລັດການສ້າງກົດໝາຍມາດຕາທີ 23 ຂອງກົດໝາຍພື້ນຖານຮົງກົງຢ່າງສຳເລັດຜົນໃນວັນທີ 19 ມີນານີ້ແລ້ວ, ສະພາມົນຕີສະຫະພາບເອີຣົບ, ທ່ານເດວິດ ກາເມຣອນ ລັດຖະມົນຕີກະຊວງການຕ່າງປະເທດອັງກິດ ແລະ ນັກການເມືອງຕາເວັນຕົກຈຳນວນໜຶ່ງໄດ້ອອກມາກ່າວໂຈມຕີວ່າ ກົດລະບຽບການປ້ອງກັນຄວາມໝັັ້ນຄົງແຫ່ງຊາດຂອງຮົງກົງຈະ “ເສື່ອມກັດເສລີພາບຢ່າງຮ້າຍແຮງກວ່າເກົ່າ” ແລະ ສ້າງຄວາມສົງໄສຕໍ່ສະພາບແວດລ້ອມການດຳເນີນທຸລະກິດຂອງຮົງກົງ.


ການຜ່ານ ກົດລະບຽບການປ້ອງກັນຄວາມໝັ້ນຄົງແຫ່ງຊາດຂອງຮົງກົງເທື່ອນີ້ ໄດ້ເຊື່ອມຕໍ່ກັບກົດໝາຍປ້ອງກັນຄວາມໝັ້ນຄົງແຫ່ງຊາດຂອງຮົງກົງ ທີ່ມີຜົນບັງຄັບໃຊ້ແລ້ວແບບກາຍອິນຊີ ເຊິ່ງໄດ້ແກ້ໄຂບັນຫາທີ່ເປັນຊ່ອງຫວ່າງໃນການປ້ອງກັນຄວາມໝັ້ນຄົງແຫ່ງຊາດຂອງຮົງກົງ, ໄດ້ຮັບປະກັນຄວາມໝັ້ນຄົງຖາວອນ ແລະ ການຈັດຕັ້ງປະຕິບັດ “ປະເທດດຽວສອງລະບອບ” ຢູ່ຮົງກົງຢ່າງໜັກແໜ້ນ.

ເມື່ອສັງເກດຕາມປະເພນີສາກົນແລ້ວເຫັນວ່າ, ເກືອບໝົດທຸກປະເທດໃນໂລກລ້ວນແຕ່ເອົາໃຈໃສ່ນິຕິກຳດ້ານຄວາມໝັ້ນຄົງ, ອາເມຣິກາ, ອັງກິດ, ຝຣັ່ງ, ເຢຍລະມັນ, ການາດາ, ອົດສະຕຣາລີ ແລະ ປະເທດຕາເວັນຕົກອື່ນໆ ລ້ວນແຕ່ໄດ້ວາງກົດໝາຍປ້ອງກັນຄວາມໝັ້ນຄົງແຫ່ງຊາດທີ່ເຂັ້ມງວດ, ເປັນຕົ້ນແມ່ນອາເມຣິກາມີເຖິງ 21 ສະລັບ, ອັງກິດມີ 14 ສະບັບ. ເປັນຫຍັງເມື່ອເຂດບໍລິຫານພິເສດຮົງກົງຂອງຈີນສ້າງກົດໝາຍດັ່ງກ່າວແລ້ວ ພັດຖືກຕຳໜິວ່າຈະທຳລາຍ “ສິດທິ” ແລະ “ເສລີພາບ”? ຖ້ອຍຄຳຂອງນັກການເມືອງຕາເວັນຕົກຈຳນວນໜຶ່ງຈັ່ງແມ່ນຈອມປອມ ແລະ “ສອງມາດຕະຖານ” ອີ່ຫຼີ.


ທີ່ຈິງແລ້ວ, ເມື່ອອ່ານເນື້ອໃນຂອງກົດລະບຽບສະບັບນີ້ແລ້ວ, ເວົ້າສຳລັບປະຊາຊົນຮົງກົງສ່ວນຫຼາຍທີ່ສຸດ ແລະ ນັກລົງທຶນສາກົນແລ້ວ, ກົດລະບຽບດັ່ງກ່າວແມ່ນປ້ອງກັນສິດທິ, ເສລີພາບ, ຊັບສິນ ແລະ ການລົງທຶນຂອງພວກເຂົາເຈົ້ານັ້ນເອງ. ມີກົດລະບຽບປ້ອງກັນຄວາມໝັ້ນຄົງຮົງກົງແລ້ວ, ຮົງກົງກໍຈະມີສະພາບແວດລ້ອມການດຳເນີນທຸລະກິດທີ່ໝັ້ນຄົງກວ່າເກົ່າ, ຄົນທັງຫຼາຍກໍຈະມີຄວາມໝັ້ນໃຈກວ່າເກົ່າໃນການລົງທຶນ ແລະ ສ້າງພາລະກິດຢູ່ຮົງກົງ, ຮົງກົງກໍຈະມີອະນາຄົດທີ່ດີງາມກວ່າເກົ່າ ແລະ ໂລກຈະພົບ “ໂອກາດຮົງກົງ” ທີ່ຫຼາຍກວ່າເກົ່າ.