ທ່ານສີຈິ້ນຜິງໃຫ້ຄວາມສຳຄັນຕໍ່ການອະນຸລັກຮັກສາເຂດຖະໜົນວັດທະນະທຳປະຫວັດສາດ

2024-03-22 21:44:53 CRI



ຕອນເຊົ້າວັນທີ19ມີນາ2024, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ຖະໜົນເຫີເຈ່ສາງເຕີທີ່ຕັ້ງຢູ່ແຄມແມ່ນ້ຳຊ່ວນຈື.

 

ຢູ່ຖະໜົນເຫີເຈ່ສາງເຕີ, ທ່ານສີຈິ້ນຜິງໄດ້ລົງເລິກຮັບຮູ້ສະພາບການກ່ຽວກັບການຟື້ນຟູແລະນຳໃຊ້ເຂດຖະໜົນວັດທະນະທຳປະຫວັດສາດແລະອື່ນໆ.

 



ເຂດຖະໜົນວັດທະນະທຳປະຫວັດສາດ ແມ່ນຢູ່ໃນວາລະການເດີນທາງໄປສຳຫຼວດກວດກາວຽກງານຢູ່ພາຍໃນປະເທດຫຼາຍຄັ້ງໃນຊຸມປີຜ່ານມານີ້. ສະເພາະນັບແຕ່ເດືອນກໍລະກົດປີ2023ເປັນຕົ້ນມາເທົ່ານັ້ນ, ທ່ານສີຈິ້ນຜິງແມ່ນໄດ້ໄປເຂດຖະໜົນວັດທະນະທຳປະຫວັດສາດຜິງຈ່ຽງ ນະຄອນຊູໂຈ່ວ, ເຂດຖະໜົນວັດທະນະທຳປະຫວັດສາດຖາວຢາງຫຼີນະຄອນຈິງເຕີເຈີ້ນ ແລະຖະໜົນວັດທະນະທຳບູຮານກຳແພງນະຄອນທຽນສິນຕາມລຳດັບ.

 

ກ່ອນໜ້ານັ້ນ, ເພິ່ນຍັງເຄີຍໄປສຳຫຼວດກວດກາວຽກງານຢູ່ຖະໜົນຄົນຍ່າງປູເຢ້ເສີງຕ້າຖັງນະຄອນຊີ່ອ່ານ, ເມືອງບູຮານເຕ້ຈິວແຂວງກວາງຕຸ້ງ, ເຂດຖະໜົນວັດທະນະທຳປະຫວັດສາດຮ່ອມຊ່ານຝາງຊີ່ຊ້ຽງນະຄອນຟູໂຈ່ວ, ເມືອງບູຮານຜິງຢາວແຂວງຊ່ານຊີ່ ແລະອື່ນໆ.

 

ເມື່ອ10ປີກ່ອນ, ໃນໄລຍະທີ່ສຳຫຼວດກວດກາວຽກງານຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນວ່າ: ວັດທະນະທຳປະຫວັດສາດຄືມິ່ງຂວັນຂອງຕົວເມືອງ, ຄວນປົກປັກຮັກສາມໍລະດົກວັດທະນະທຳປະຫວັດສາດຄືກັບການຖະໜອມຫອມຮັກຊີວິດຂອງຕົນ.

 

 ປີ2021,ໃນໄລຍະທີ່ສຳຫຼວດກວດກາວຽກງານຢູ່ນະຄອນຟູໂຈ່ວແຂວງຟູຈ້ຽນ, ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: ຄວນມີຄວາມຖະໜອມຫອມຮັກແລະຄວາມເຄົາລົບນັບຖືຕໍ່ສະຖາປັດຕະຍະກຳບູຮານ, ເຮືອນເກົ່າແກ່ແລະເຂດຖະໜົນເກົ່າ. ເພິ່ນກ່າວວ່າ: “ການອະນຸລັກຮັກສາເຂດຖະໜົນດັ້ງເດີມໃຫ້ດີ, ອະນຸລັກຮັກສາສະຖາປັດຕະຍະກຳບູຮານໃຫ້ດີ, ອະນຸລັກຮັກສາວັດຖຸບູຮານໃຫ້ດີ ກໍແມ່ນການຮັກສາປະຫວັດສາດແລະມູນເຊື້ອວັດທະນະທຳຂອງຕົວເມືອງໄວ້ໄດ້ແລ້ວ.”

 

ຢູ່ເມືອງບູຮານຜິງຢາວແຂວງຊ່ານຊີ່, ທ່ານສີຈິ້ນຜິງໄດ້ເນັ້ນໜັກໃຫ້ຕ້ອງເຄົາລົບຢຳເກງປະຫວັດສາດ, ເຄົາລົບຢຳເກງວັດທະນະທຳແລະເຄົາລົບຢຳເກງນິເວດ.

 

“ເຄົາລົບຢຳເກງ”, “ຖະໜອມຫອມຮັກ” “ເຄົາລົບນັບຖື”,  ທ່ານສີຈິ້ນຜິງບໍ່ພຽງແຕ່ໝູນໃຊ້ຄຳສັບເຫຼົ່ານີ້ເພື່ອສະແດງເຖິງການໃຫ້ຄວາມສຳຄັນຕໍ່ວັດທະນະທຳປະຫວັດສາດເທົ່ານັ້ນ, ເພິ່ນຍັງໄດ້ລົງເຄື່ອນໄຫວຊີ້ນຳຕົວຈິງວ່າ ຄວນອະນຸລັກຮັກສາ,ສືບທອດແລະນຳໃຊ້ວັດທະນະທຳປະຫວັດສາດໃຫ້ເກີດມີປະສິດທິຜົນຄືແນວໃດ.

 

ເດືອນກໍລະກົດປີ2023, ໃນເວລາສຳຫຼວດກວດກາວຽກງານຢູ່ນະຄອນຊູໂຈ່ວແຂວງຈ່ຽງຊູ, ທ່ານສີຈິ້ນຜິງກ່າວວ່າ: ເຂດຖະໜົນວັດທະນະທຳປະຫວັດສາດຜິງຈ່ຽງເປັນຊັບສົມບັດອັນປະເສີດໃນການສືບທອດແລະເສີມຂະຫຍາຍວັດທະນະທຳຈີນທີ່ມີມູນເຊື້ອອັນດີງາມ ແລະການເພີ່ມທະວີການສ້າງຄວາມສິວິໄລດ້ານຈິດໃຈສັງຄົມນິຍົມ, ຕ້ອງອະນຸລັກຮັກສາໃຫ້ດີ, ຂຸດຄົ້ນຄຸນຄ່າໃຫ້ດີ ແລະນຳໃຊ້ໃຫ້ເກີດມີປະສິດທິຜົນ, ບໍ່ພຽງແຕ່ຕ້ອງສືບທອດໃນດ້ານວັດຖຸໃຫ້ດີເທົ່ານັ້ນ, ຍິ່ງຕ້ອງສືບທອດຢູ່ໃນຈິດໃຈໃຫ້ດີຕື່ມອີກ.

 

ເດືອນກຸມພາປີ2024ນີ້, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ກຳແພງນະຄອນທຽນສິນ, ເພິ່ນກ່າວວ່າ: ອົບຮົມບົ່ມສອນຄົນດ້ວຍວັດທະນະທຳ, ສ້າງຜົນປະໂຫຍດໃຫ້ປະຊາຊົນດ້ວຍວັດທະນະທຳ, ເສີມຂະຫຍາຍຄຸນຄ່າໃຫ້ກັບຕົວເມືອງດ້ວຍວັດທະນະທຳແລະພັດທະນາອຸດສາຫະກຳດ້ວຍວັດທະນະທຳ ເພື່ອສ່ອງແສງເອກະລັກດ້ານວັດທະນະທຳແລະບຸກຄະລິກດ້ານຈິດໃຈຂອງຕົວເມືອງ ເຊິ່ງເປັນຈຸດປະສົງຂອງການສືບທອດແລະພັດທະນາວັດທະນະທຳຂອງຕົວເມືອງ, ບຳລຸງສ້າງຄວາມສີວິໄລຂອງຕົວເມືອງ.

 



ຮັກສາມູນເຊື້ອວັດທະນະທຳໃຫ້ໄດ້, ຮັກສາມິ່ງຂວັນຂອງຊົນຊາດໃຫ້ໄດ້. ຄວາມທັນສະໄໝແບບຈີນແມ່ນບໍ່ສາມາດປັດສະຈາກການສືບທອດແລະເສີມຂະຫຍາຍວັດທະນະທຳທີ່ມີມູນເຊື້ອອັນດີງາມ.

 



ນັບມາຮອດເດືອນຕຸລາປີ2023ຜ່ານມາ, ທົ່ວປະເທດຈີນມີເມືອງວັດທະນະທຳປະຫວັດສາດທີ່ມີຊື່ສຽງລະດັບຊາດລວມທັງໝົດ 142 ແຫ່ງ, ໄດ້ກຳນົດເຂດອະນຸລັກຖະໜົນວັດທະນະທຳປະຫວັດສາດ 1.200 ກວ່າແຫ່ງ. ພັດທະນາວຽກງານອະນຸລັກແລະນຳໃຊ້ໃຫ້ເກີດມີປະສິດທິຜົນ, ເຮັດໃຫ້ເຂດຖະໜົນວັດທະນະທຳປະຫວັດສາດເຫຼົ່ານີ້ມີເອກະລັກປະສົມປະສານປັດໄຈດັ້ງເດີມແລະຄວາມທັນສະໄໝໃຫ້ເຊື່ອມໂຍງເຂົ້າກັນ, ເຂດຖະໜົນວັດທະນະທຳປະຫວັດສາດກຳລັງເປັ່ງປະກາຍແສງສະຫວ່າງທີ່ສະຫງ່າງາມໃນການກໍ່ສ້າງຕົວເມືອງໃຫຍ່ທີ່ທັນສະໄໝ.