ຈີນສົ່ງດາວທຽມຢຸນໄຫ-2 ກຸ່ມ 02 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ

2024-03-22 14:57:38 cri

ເວລາ 13 ໂມງ 27 ນາທີຂອງວັນທີ 21 ມີນານີ້, ຈີນໄດ້ນຳໃຊ້ຈະຫຼວດສົ່ງຍານຊາງເຈິ່ງ-2D ແລະຢວນເຈິ່ງ 3 ສົ່ງດາວທຽມຢຸນໄຫ-2 ກຸ່ມ02 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນຈາກສູນສົ່ງດາວທຽມຈີວຊວນ, ດາວທຽມໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສຳເລັດຜົນ ແລະພາລະກິດສົ່ງດາວທຽມດັ່ງກ່າວໄດ້ປະສົບຜົນສຳເລັດຢ່າງຈົບງາມ.

 

ດາວທຽມຢຸນໄຫ-2 ກຸ່ມ 02 ຕົ້ນຕໍແມ່ນນຳໃຊ້ເຂົ້າໃນການສຳຫຼວດສ່ວນປະກອບຂອງສິ່ງແວດລ້ອມອາກາດ, ການຕິດຕາມສະພາບແວດລ້ອມອະວະກາດ, ການປ້ອງກັນ ແລະຫຼຸດຜ່ອນໄພພິບັດ, ການທົດລອງວິທະຍາສາດ ແລະຂົງເຂດອື່ນໆ.