ທ່ານສີຈິ້ນຜິງຢ້ຽມຢາມຖະໜົນເຫີເຈ່ນະຄອນສາງເຕີແຂວງຫູໜານ

2024-03-22 18:18:50 cri

   

ສາງເຕີ ຕັ້ງຢູ່ພາກເໜືອແຂວງຫູໜານ, ທາງທິດຕາເວັນຕົກຂອງທະເລສາບຕົ້ງຖິງ, ເນື່ອງຈາກມີທີ່ຕັ້ງພູມສາດອັນສຳຄັນ, ສະນັ້ນ, ໃນປະຫວັດສາດໄດ້ຖືກເອີ້ນວ່າ “ຊຸມທາງສູ່ແຂວງເສສວນແລະກຸ້ຍໂຈ່ວ, ປະຕູສູ່ແຂວງຢູນນານແລະກຸ້ຍໂຈ່ວ”, ສາງເຕີ ມີປະຫວັດການສ້າງຕັ້ງຕົວເມືອງມາເປັນເວລາຫຼາຍກວ່າ 2.200 ປີແລ້ວ ເປັນບ່ອນລວມສູນປັນຍາຊົນແລະມໍລະດົກວັດທະນະທຳເປັນຈຳນວນຫຼວງຫຼາຍ.

 



ຕອນເຊົ້າວັນທີ19ມີນາ2024, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ຖະໜົນເຫີເຈ່ສາງເຕີທີ່ຕັ້ງຢູ່ແຄມແມ່ນ້ຳຊ່ວນຈື.

 



ຖະໜົນເຫີເຈ່ສາງເຕີປະກອບດ້ວຍສາມເຂດຖະໜົນ ຄື: ຖະໜົນຕ້າເຫີ, ຖະໜົນສ້ຽວເຫີ ແລະຖະໜົນມ໋າຢາງ, ເຊິ່ງເຄີຍເປັນທ່ານ້ຳໃຫຍ່ທີ່ຈະເລີນຮຸ່ງເຮືອງໃນປະຫວັດສາດ. ໃນສະໄໝທ້າຍລາຊະວົງຊິ່ງເມື່ອຮ້ອຍປີກ່ອນ, ເທດສະບານເມືອງສາງເຕີທີ່ຖືຖະໜົນເຫີເຈ່ເປັນໃຈກາງ ແຕ່ລະປີມີມູນຄ່າການສົ່ງອອກແລະນຳເຂົ້າສິນຄ້າເປັນຈຳນວນຫຼວງຫຼາຍ, ນັກທຸລະກິດແຫ່ງຕ່າງໆໄດ້ສ້າງຕັ້ງສະພາການຄ້າຢູ່ສາງເຕີຫຼາຍກວ່າ15ແຫ່ງ, ນັກທຸລະກິດແມ່ນມາຈາກ10ກວ່າແຂວງໃນທົ່ວປະເທດຈີນ. ແຕ່ວ່າ ບັນດາສິ່ງກໍ່ສ້າງທີ່ສຳຄັນຢູ່ຖະໜົນເຫີເຈ່ແມ່ນຖືກທຳລາຍຍ້ອນແປວໄຟສົງຄາມຕໍ່ຕ້ານຟາຊິດຍີ່ປຸ່ນ.

 



ປີ2016, ນະຄອນສາງເຕີໄດ້ຟື້ນຟູໂສມໜ້າຂອງຖະໜົນເຫີເຈ່ເກົ່າໃຫ້ເໝືອນເດີມ, ໂດຍໄດ້ສ້າງຖະໜົນເຫີເຈ່ສາງເຕີໃຫ້ມີຮູບແບບດັ້ງເດີມໃນເມື່ອກ່ອນ, ມີຄວາມຍາວ1500ແມັດ, ກວມເນື້ອທີ່ທັງໝົດ133.000 ຕາແມັດ. ມໍລະດົກວັດທະນະທຳນາມມະທຳດັ້ງເດີມເຊັ່ນ: ງີ້ວກ່າວຊ່ຽງ, ງີ້ວສາງເຕີ ກໍຄືອາຫານພື້ນເມືອງສາງເຕີແລະອື່ນໆໄດ້ປາກົດຕົວຂຶ້ນໃນຖະໜົນເກົ່າທີ່ຟື້ນຊີບຄືນໃໝ່ ເປັນການກະຕຸ້ນໃຫ້ຄວາມຊົງຈຳທາງປະຫວັດສາດທີ່ຫຼັບໄຫຼ ແລະຄວາມຊົງຈຳຕໍ່ບ້ານເກີດເມືອງນອນຂອງຜູ້ຄົນທັງຫຼາຍໄດ້ຟື້ນຟູຄືນມາ.

 

ສາງເຕີຕັ້ງຢູ່ເຂດລ່ອງແມ່ນ້ຳຢວນຈ່ຽງ-ແມ່ນ້ຳຫຼີ້ສຸ້ຍ ແລະຢູ່ແຄມທະເລສາບຕົ້ງຖິງ, ເປັນເມືອງເກົ່າທີ່ມີຊື່ສຽງໃນປະຫວັດສາດ ທັງເປັນເມືອງແຄມນ້ຳທີ່ມີຊື່ສຽງອີກດ້ວຍ.

 



ໃນເວລາສຳຫຼວດກວດກາວຽກງານຢູ່ຖະໜົນເຫີເຈ່ສາງເຕີເມື່ອຕອນເຊົ້າວັນທີ19ມີນາ2024, ທ່ານສີຈິ້ນຜິງຍັງໄດ້ລົງເລິກຮັບຮູ້ສະພາບການປັບປຸງສິ່ງແວດລ້ອມທາງນ້ຳແບບສັງລວມຂອງຕົວເມືອງແຫ່ງນີ້.

 

ຊຸມປີ1980, ສາງເຕີພັດທະນາໄປຢ່າງວ່ອງໄວ ແຕ່ຊ້ຳພັດເຮັດໃຫ້ຄຸນນະພາບຂອງແມ່ນ້ຳຊ່ວນຈືທີ່ໄຫຼຜ່ານຕົວເມືອງນັ້ນເສື່ອມໂຊມລົງ, ດິນຕົມອຸດຕັນລຳນ້ຳ. ເພື່ອແກ້ໄຂມົນລະພິດ ຂອງແມ່ນ້ຳຊ່ວນຈື, ນະຄອນສາງເຕີໄດ້ນຳໜ້າກ່ອນໝູ່ປະຕິບັດແນວຄິດປັບປຸງແມ່ນ້ຳ, ໂດຍໄດ້ສ້າງຕັ້ງລະບົບກັກເກັບນ້ຳຝົນໃນຕົວເມືອງ ພ້ອມທັງກາຍເປັນຕົວເມືອງຈຸດສຸມທົດລອງກໍ່ສ້າງ “ຕົວເມືອງຟອງນ້ຳ” ງວດທຳອິດຂອງທົ່ວປະເທດຈີນ.


ຜ່ານການປັບປຸງແບບສັງລວມມາເປັນເວລາເກືອບ10ປີ, ຄຸນນະພາບນ້ຳຂອງແມ່ນ້ຳຊ່ວນຈືໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຫຼວງຫຼາຍ. ທຸກມື້ນີ້, ແລວທິວທັດຢູ່ແຄມແມ່ນ້ຳໄດ້ກາຍເປັນສະຖານທີ່ພັກຜ່ອນຢ່ອນອາລົມທີ່ດີສຳລັບຊາວເມືອງທັງຫຼາຍ.