ຮອງນາຍົກລັດຖະມົນຕີກຳປູເຈຍ: ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຊຸກຍູ້ການພັດທະນາແບບຍືນຍົງໃນໄລຍະຍາວຂອງພາກພື້ນ

2024-03-22 14:59:05 cri

ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄົບຮອບ 8 ປີ ແລະ “ສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ປະຈຳປີ 2024, ທ່ານສົກເຈນດາ ໂຊຟີ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະການຮ່ວມມືສາກົນກຳປູເຈຍໄດ້ພິມບົດຄວາມລົງເວັບໄຊກະຊວງການຕ່າງປະເທດກຳປູເຈຍ ແລະສື່ມວນຊົນຫຼັກຂອງກຳປູເຈຍ, ໂດຍໄດ້ຕີລາຄາສູງຕໍ່ຜົນງານ ແລະຄວາມໝາຍຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ເຊື່ອໝັ້ນວ່າການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຈະສືບຕໍ່ຊຸກຍູ້ໃຫ້ພາກພື້ນສ້າງອະນາຄົດທີ່ເປັນປະຊາຄົມຮ່ວມຊາຕາກຳຢ່າງດີງາມ.

 

ບົດຄວາມຂອງທ່ານລະບຸຕື່ມວ່າ: ໃນໄລຍະ 8 ປີຜ່ານມາ, ກົນໄກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ, ກາຍເປັນຕົວແບບທີ່ດີດ້ານການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຊຸກຍູ້ການພັດທະນາແບບຍືນຍົງໃນໄລຍະຍາວຂອງພາກພື້ນ ແລະສ້າງຜົນປະໂຫຍດຢ່າງແທ້ຈິງໃຫ້ແກ່ປະຊາຊົນບັນດາປະເທດ.