ກະຊວງການຕ່າງປະເທດຈີນຕອບໂຕ້ຖ້ອຍຄວາມຂອງເຈົ້າໜ້າທີ່ຂັ້ນສູງກອງທັບອາເມຣິກາກ່ຽວກັບເຂດໄຕ້ຫວັນຈີນ ວ່າ: ການແກ້ໄຂບັນຫາໄຕ້ຫວັນແມ່ນວຽກ ຂອງປະຊາຊົນຈີນ

2024-03-22 14:59:19 cri


ວັນທີ 21 ມີນານີ້, ໃນເວລາຕອບໂຕ້ຖ້ອຍຄວາມຂອງເຈົ້າໜ້າທີ່ຂັ້ນສູງກອງທັບອາເມຣິກາກ່ຽວກັບເຂດໄຕ້ຫວັນຈີນ, ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວເນັ້ນໜັກວ່າ, ຊາວອາເມຣິກາຈຳນວນໜຶ່ງມີເຈຕະນາເວົ້າໂຍກ “ຖ້ອຍຄວາມແຫ່ງໄພຂົ່ມຂູ່ຂອງຈີນ”, ເຮັດໃຫ້ສະຖານະການຢູ່ຊ່ອງແຄບໄຕ້ຫວັນເຄັ່ງຕຶງຂຶ້ນ, ສ້າງເລື່ອງເປັນປໍລະປັກກັນ, ຝ່າຍຈີນເດັດດ່ຽວຄັດຄ້ານຕໍ່ເລື່ອງນີ້。


ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ, ທ່ານລີນຈ້ຽນກ່າວວ່າ:“ຂ້າພະເຈົ້າຂໍເຕືອນຝ່າຍອາເມຣິກາຢ່າງເຄັ່ງຂຶມ, ໄຕ້ຫວັນແມ່ນໄຕ້ຫວັນຂອງຈີນ, ບັນຫາໄຕ້ຫວັນແມ່ນວຽກພາຍໃນຂອງຈີນ, ການແກ້ໄຂບັນຫາໄຕ້ຫວັນແມ່ນວຽກງານຂອງປະຊາຊົນຈີນ, ຫ້າມບໍ່ໃຫ້ພາຍນອກເຂົ້າມາແຊກແຊງ。 ນະໂຍບາຍຂອງພວກເຮົາແມ່ນຈະແຈ້ງທີ່ສຸດ, ກໍຄື ສືບຕໍ່ສະແຫວງຫາອະນາຄົດທີ່ທ້ອນໂຮມປະເທດຊາດເຂົ້າເປັນເອກະພາບຢ່າງສັນຕິດ້ວຍຄວາມຈິງໃຈຫຼາຍທີ່ສຸດ, ແຕ່ເສັ້ນແດງຫຼືເສັ້ນຕ້ອງຫ້າມຂອງພວກຂ້າພະເຈົ້າກໍຈະແຈ້ງທີ່ສຸດເຊັ່ນດຽວກັນ, ໂດຍບໍ່ອະນຸຍາດໃຫ້ເຂດໄຕ້ຫວັນແບ່ງແຍກອອກຈາກປະເທດຊາດຢ່າງເດັດຂາດ。”