ເຮັດແນວໃດສາຍພົວພັນຈີນ-ອົດສະຕຣາລີຈຶ່ງຈະບໍ່ຖອຍຄືນຫຼັງ?

2024-03-22 14:48:32 CRI


“ຈາກໝີແພນດ້າ ຮອດພາສີ, ຫົວຂໍ້ທັງໝົດລ້ວນແຕ່ໄດ້ເອົາຂຶ້ນມາໄວ້ຢູ່ເທິງໜ້າໂຕະແຫ່ງການເປິກສາຫາລືຢ່າງກົງໄປກົງມາລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດຈີນ- ອົດສະຕຣາລີ.” ສຳລັບການສົນທະນາດ້ານການຕ່າງປະເທດ ແລະ ຍຸດທະສາດຈີນ- ອົດສະຕຣາລີຮອບທີ 7, ຂ່າວສານ AAP ຂອງ ອົດສະຕຣາລີຕີລາຄາຄືແນວນີ້. ເຊິ່ງໄດ້ຢືນຢັນໃນດ້ານໜຶ່ງວ່າ, ສາຍພົວພັນຈີນ- ອົດສະຕຣາລີໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.


ການຢ້ຽມຢາມ ອົດສະຕຣາລີຂອງທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໃນເດືອນມີນານີ້, ໄດ້ຖືກວົງການພາຍນອກເຫັນວ່າ ຈະຊຸກຍູ້ໃຫ້ສາຍພົວພັນຈີນ- ອົດສະຕຣາລີຟື້ນຟູດີຂຶ້ນຕື່ມອີກ. ໃນໄລຍະການຢ້ຽມຢາມອົດສະຕຣາລີ, ສອງຝ່າຍໄດ້ມີການພົບປະ ແລະ ການສົນທະນາກັນຫຼາຍເທື່ອ. ຈີນໄດ້ສະຫຼຸບບົດຮຽນແຫ່ງການຂະຫຍາຍສາຍພົວພັນໃນ 10 ປີຜ່ານມາ, ໂດຍຊີ້ອອກວ່າ ສາຍພົວພັນຈີນ- ອົດສະຕຣາລີໄດ້ກັບຄືນເຂົ້າສູ່ວົງໂຄຈອນທີ່ປົກກະຕິ, ຈາກນີ້ໄປກໍຄວນກ້າວໄປໜ້າຢ່າງເດັດດ່ຽວ, ບໍ່ລັ່ງເລໃຈ  ແລະ ບໍ່ຖອຍຄືນຫຼັງ. ຝ່າຍອົດສະຕຣາລີກ່າວວ່າ, ບໍ່ຄວນໃຫ້ຄວາມແຕກຕ່າງ ແລະ ຄວາມຂັດແຍ້ງກັນມາເປັນຕົວນິຍາມ ສາຍພົວພັນອົດສະຕຣາລີ-ຈີນ, ແຕ່ຄວນພະຍາຍາມຊອກຫາຜົນປະໂຫຍດຮ່ວມຂອງສອງຝ່າຍຢ່າງສຸດຄວາມສາມາດ.



ໃນການຂະຫຍາຍຕົວຂອງສາຍພົວພັນຈີນ- ອົດສະຕຣາລີ, ການຮ່ວມມືດ້ານເສດຖະກິດການຄ້າເປັນກຳລັງຊຸກດັນທີ່ຕັ້ງໜ້າ ແລະຫ້າວຫັນທີ່ສຸດ. ຈີນໄດ້ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງ ອົດສະຕຣາລີ 15 ປີລຽນຕິດ. ຄຽງຄູ່ກັບສາຍພົວພັນດ້ານການເມືອງຂອງສອງປະເທດໄດ້ກັບດີຂຶ້ນ, ການຄ້າລະຫວ່າງສອງປະເທດກໍມີຄວາມໂລ່ງລ່ຽນກວ່າເກົ່າ. ອີງຕາມສະຖິຕິຂອງ ອົດສະຕຣາລີ, ຍອດມູນຄ່າການຄ້າສິນຄ້າປະເພດຈັບຕ້ອງໄດ້ຂອງສອງປະເທດຈີນ- ອົດສະຕຣາລີໃນປີ 2023 ມີເຖິງ 300 ຕື້ກວ່າໂດລາ ອົດສະຕຣາລີ ເຊິ່ງເປັນສະຖິຕິສູງສຸດໃນປະຫວັດສາດ, ເພີ່ມຂຶ້ນ 8,2% ເມື່ອທຽບໃສ່ປີ 2022.


ປັດຈຸບັນ, ສາຍພົວພັນຈີນ- ອົດສະຕຣາລີໄດ້ກຳນົດທິດທາງກ້າວໜ້າ, ຈາກນີ້ກໍຄວນພະຍາຍາມໃຫ້ກ້າວເດີນໄປໜ້າຢ່າງໜັກແໜ້ນ, ສະໝ່ຳສະເໝີດີ ແລະ ກ້າວເດີນໄປໄກ. ນີ້ແມ່ນສອດຄ່ອງກັບຜົນປະໂຫຍດຮ່ວມຂອງປະຊາຊົນສອງຊາດ, ແລະກໍເປັນຄວາມປາດຖະໜາທົ່ວໄປຂອງປະເທດໃນພາກພື້ນ.