ໂຄສົກກົມຕຳຫຼວດທະເລຈີນກ່າວຄຳເຫັນກ່ຽວກັບເລື່ອງທີ່ຄົນຟີລິບປິນຂຶ້ນໄປເກາະເຖຍຊ້ຽນຈ່ຽວຢ່າງຜິດກົດໝາຍ

2024-03-22 14:32:55 CRI

 

ຕາມຂ່າວຈາກກົມຕຳຫຼວດທະເລຈີນໃຫ້ຮູ້ວ່າ: ທ່ານກ່ານຢວີ ໂຄສົກກົມຕຳຫຼວດທະເລຈີນກ່າວວ່າ: ວັນທີ 21 ມີນານີ້, ມີຊາວຟີລິບປີນ 34 ຄົນບໍ່ເອົາຫົວຊາຕໍ່ການແຈ້ງເຕືອນຂອງຈີນ, ໄດ້ຂຶ້ນໄປເກາະເຖຍຊ້ຽນຈ່ຽວແລະດຳເນີນການເຄື່ອນໄຫວຢ່າງຜິດກົດໝາຍ, ຜູ້ປະຕິບັດກົດໝາຍຂອງກົມຕຳຫຼວດທະເລຈີນໄດ້ຂຶ້ນໄປເກາະເພື່ອກວດກາແລະແກ້ໄຂບັນຫາຕາມກົດໝາຍ. ຈີນມີອະທິປະໄຕທີ່ບໍ່ສາມາດໂຕ້ແຍ້ງໄດ້ເໜືອໝູ່ເກາະໜານຊາລວມທັງເກາະເຖຍຊ້ຽນຈ່ຽວແລະເຂດທະເລຢູ່ບໍລິເວນໃກ້ຄຽງ, ເຊິ່ງມີຂໍ້ມູນອ້າງອີງດ້ານປະຫວັດສາດແລະກົດໝາຍຢ່າງເຕັມທີ່. ການກະທຳຂອງຟີລິບປິນໄດ້ລ່ວງລ້ຳອະທິປະໄຕແລະຜືນແຜ່ນດິນຂອງຈີນ, ຝ່າຝືນຕໍ່ “ຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້”, ທຳລາຍສັນຕິພາບແລະສະຖຽນລະພາບຢູ່ທະເລຈີນໃຕ້, ຈີນເດັດດ່ຽວຄັດຄ້ານ. ພວກເຮົາເຕືອນໃຫ້ຟີລິບປິນຈົ່ງຍຸດຕິການລ່ວງລ້ຳອະທິປະໄຕຂອງຈີນໃນທັນທີ. ຕຳຫຼວດທະເລຈີນຈະສືບຕໍ່ດຳເນີນການເຄື່ອນໄຫວປົກປ້ອງອະທິປະໄຕແລະປະຕິບັດກົດໝາຍຢູ່ນ່ານທະເລຂອງຈີນ.