ທ່ານສີຈິ້ນຜິງຢ້ຽມຢາມນະຄອນສາງຊ່າແຂວງຫູໜານ(ພາກທີ2)

2024-03-22 10:37:04 cri



 

ບ່ອນທີສອງທີ່ທ່ານສີຈິ້ນຜິງເດີນທາງໄປຢ້ຽມຢາມນະຄອນສາງຊ່າແຂວງຫູໜານໃນວັນທີ18ມີນາ2024 ແມ່ນບໍລິສັດວັດຖຸພັນແບັດເຕີລີBASF-SHANSHAN ຈຳກັດ.

 

ບໍລິສັດແຫ່ງນີ້ຕັ້ງຢູ່ເຂດໃໝ່ຊ່ຽງຈ່ຽງນະຄອນສາງຊ່າ, ເປັນບໍລິສັດແຫ່ງໜຶ່ງທີ່ບໍລິສັດBASF ເຊິ່ງເປັນບໍລິສັດເຄມີເຢຍລະມັນແລະບໍລິສັດ SHANSHANຂອງຈີນຮ່ວມມືລົງທຶນສ້າງຕັ້ງຂຶ້ນເມື່ອປີ2021 ເຊິ່ງເປັນໂຄງການລົງທຶນຂະໜາດໃຫຍ່ທີ່ສຸດທີ່ແຂວງຫູໜານດຶງດູດການລົງທຶນຈາກຕ່າງປະເທດໃນ ປີນັ້ນ.

 



ສະຖາບັນຄົ້ນຄວ້າວັດຖຸພັນແບັດເຕີລີBASF-SHANSHAN 

ບໍລິສັດວັດຖຸພັນແບັດເຕີລີBASF-SHANSHAN ຈຳກັດແມ່ນສຸມໃສ່ການຄົ້ນຄວ້າພັດທະນາແລະສະໜອງວັດສະດຸຂົ້ວບວກສໍາລັບແບັດເຕີລີລີທຽມ. ວັດສະດຸຂົ້ວບວກສໍາລັບແບັດເຕີລີລີທຽມທີ່ຜະລິດໂດຍບໍລິສັດນີ້ແມ່ນຖືກນຳໃຊ້ຢ່າງກວ້າງຂວາງໃນຂົງເຂດຕ່າງໆເຊັ່ນ: ລົດພະລັງງານໄຟຟ້າ, ລົດຖີບໄຟຟ້າ, ມືຖື, ຫຸ່ນຍົນກວາດພື້ນ, ສະຖານີສະສົມພະລັງງານໄຟຟ້າຂະໜາດໃຫຍ່ແລະອື່ນໆ.

 



ພະນັກງານກຳລັງເຮັດວຽກຢູ່ສູນເຕັກນິກຂອງບໍລິສັດວັດຖຸພັນແບັດເຕີລີBASF-SHANSHANຈຳກັດ

ພາຍຫຼັງຮ່ວມທຶນສ້າງຕັ້ງບໍລິສັດຂຶ້ນແລ້ວ, ທາງບໍລິສັດBASFເຢຍລະມັນໄດ້ຍ້າຍສຳນັກງານໃຫຍ່ຄົ້ນຄວ້າພັດທະນາວັດສະດຸຂົ້ວບວກແບັດຕີລີອາຊີປາຊີຟິກ ກໍຄື ສຳນັກງານໃຫຍ່ພະແນກວຽກງານວັດຖຸພັນແບັດຕີລີສາຂາຈີນຂອງບໍລິສັດຕົນມາຕັ້ງຢູ່ຖານການຜະລິດຂອງບໍລິສັດວັດຖຸພັນແບັດເຕີລີBASF-SHANSHANທີ່ນະຄອນສາງຊ່າ.

 

ປັດຈຸບັນ, ບໍລິສັດຮ່ວມທຶນລະຫວ່າງຈີນກັບຕ່າງປະເທດທີ່ມີລັກສະນະຄ້າຍຄືກັບບໍລິສັດBASF-SHANSHAN ທີ່ພວມດຳເນີນການຮ່ວມມືແບບຊ່ວຍຊູຍູ້ໜູນກັນແລະຕ່າງຝ່າຍຕ່າງມີຜົນປະໂຫຍດນັ້ນໄດ້ເພີ່ມຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ.

 

 ການໄປເບິ່ງວິສາຫະກິດ, ໄປເບິ່ງການປະດິດສ້າງແມ່ນຈຸດສຸມທີ່ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ໃນການຢ້ຽມຢາມແຂວງຫູໜານໃນຫຼາຍຄັ້ງຜ່ານມາເຊັ່ນ: ປີ2013, ໃນເວລາເດີນທາງໄປຢ້ຽມຢາມແຂວງຫູໜານ, ເພິ່ນໄດ້ໄປຢ້ຽມຢາມວິສາຫະກິດເຕັກໂນໂລຊີທັນສະໄໝສອງແຫ່ງຢູ່ນະຄອນສາງຊ່າ ໂດຍໄດ້ສົ່ງເສີມໃຫ້ວິສາຫະກິດສອງແຫ່ງນີ້ກຳແໜ້ນກາລະໂອກາດ, ຊຸກຍູ້ການປະດິດສ້າງດ້ານວິທະຍາສາດເຕັກນິກ, ການຄຸ້ມຄອງບໍລິຫານ, ຜະລິດຕະພັນ, ການຕະຫຼາດແລະຍີ່ຫໍ້ສິນຄ້າຢ່າງບໍ່ຢຸດຢັ້ງ.

 

ປີ2020, ໃນໄລຍະຢ້ຽມຢາມແຂວງຫູໜານ, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຢູ່ວິສາຫະກິດແຖວໜ້າແຫ່ງໜຶ່ງໃນຂົງເຂດການຜະລິດອຸປະກອນຂອງນະຄອນສາງຊ່າ, ເພິ່ນເນັ້ນໜັກວ່າ ການປະດິດສ້າງຢ່າງເປັນເຈົ້າຕົນເອງຄືຊີວິດຂອງວິສາຫະກິດ, ເປັນປັດໄຈພື້ນຖານສຳລັບວິສາຫະກິດຜ່ານຜ່າອຸປະສັກແລະເຕີບໃຫຍ່ຂະຫຍາຍຕົວ.

 



ວັນທີ18ມີນາ2024 ທ່ານສີຈິ້ນຜິງເດີນທາງໄປຢ້ຽມຢາມບໍລິສັດວັດຖຸພັນແບັດເຕີລີBASF-SHANSHAN ຈຳກັດ


ສ່ວນການຢ້ຽມຢາມບໍລິສັດວັດຖຸພັນແບັດເຕີລີBASF-SHANSHAN ຈຳກັດເທື່ອນີ້, ທ່ານສີຈິ້ນຜິງໄດ້ລົງເລິກຮັບຮູ້ສະພາບການຕ່າງໆຂອງແຂວງຫູໜານເຊັ່ນ: ການເລັ່ງພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່, ການເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ ແລະອື່ນໆ.

 

ກ່ອນອື່ນ ມາເບິ່ງການເລັ່ງພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່.

 

ໃນໄລຍະກອງປະຊຸມສະພາປະຊາຊົນແຫ່ງຊາດຈີນແລະກອງປະຊຸມສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນຫຼືກອງປະຊຸມສອງສະພາປະຈຳປີ2024ນີ້, ທ່ານສີຈິ້ນຜິງໄດ້ໄປເຂົ້າຮ່ວມການຄົ້ນຄວ້າພິຈາລະນາກັບຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມລວມທັງໝົດ3ຄັ້ງ, ແຕ່ລະຄັ້ງ, ເພິ່ນລ້ວນແຕ່ໄດ້ກ່າວເຖິງກຳລັງການຜະລິດໃນຄຸນນະພາບໃໝ່ ໂດຍໄດ້ລົງເລິກຊີ້ແຈງວິທີການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່. ຕົວຢ່າງວ່າ: ໃນເວລາຄົ້ນຄວ້າພິຈາລະນາກັບຄະນະຜູ້ແທນແຂວງຈ່ຽງຊູ, ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ ການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ແມ່ນຕ້ອງຕິດແທດກັບສະພາບຕົວຈິງຂອງທ້ອງຖິ່ນ.  ສ່ວນການຢ້ຽມຢາມແຂວງຫູໜານໃນຄັ້ງນີ້ ແມ່ນເປັນການລົງທ້ອງຖິ່ນຊີ້ນຳຕົວຈິງໃນການເລັ່ງພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່.

 

ໃນເວລາທ່ານສີຈິ້ນຜິງເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງຫູໜານເມື່ອປີ2020, ເພິ່ນໄດ້ສະເໜີພາລະກຳການສ້າງ “3ຈຸດສູງ”, ໃນນີ້, ແມ່ນລວມທັງການສຸມໃສ່ສ້າງຈຸດສູງແຫ່ງອຸດສາຫະກຳການຜະລິດທີ່ກ້າວໜ້າແລະສຳຄັນແຫ່ງຊາດ ກໍຄືສ້າງຈຸດສູງແຫ່ງການປະດິດສ້າງດ້ານວິທະຍາສາດເຕັກນິກທີ່ມີກຳລັງແຂ່ງຂັນແກນກາງ.

 

ອີງຕາມແຫຼ່ງຂ່າວທີ່ກ່ຽວຂ້ອງໃຫ້ຮູ້ວ່າ: ຕົວຊີ້ວັດສັງລວມດ້ານການປະດິດສ້າງຂອງວິສາຫະກິດແຂວງຫູໜານແມ່ນຈັດຢູ່ໃນອັນດັບທີ 8 ຂອງທົ່ວປະເທດຈີນ, ຄວາມສາມາດສັງລວມດ້ານການປະດິດສ້າງຂອງທົ່ວແຂວງຫູໜານແມ່ນໄດ້ຍົກສູງຂຶ້ນຢ່າງຕໍ່ເນື່ອງຄອງອັນດັບທີ9ຂອງທົ່ວປະເທດ, ຈຳນວນກຸ່ມອຸດສາຫະກຳການຜະລິດທີ່ກ້າວໜ້າທັນສະໄໝແຫ່ງຊາດເປັນອັນດັບທີ3ຂອງທົ່ວປະເທດ ແລະເປັນອັນດັບໜຶ່ງຢູ່ເຂດພາກກາງແລະພາກຕາເວັນຕົກຂອງປະເທດ… ຂໍ້ມູນເຫຼົ່ານີ້ໄດ້ສ່ອງແສງໃຫ້ເຫັນເຖິງການປະດິດສ້າງດ້ານວິທະຍາສາດເຕັກນິກກໍຄືຄວາມໝັ້ນໃຈຂອງແຂວງຫູໜານໃນການເລັ່ງພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່.

 

ບົດລາຍງານວຽກງານລັດຖະບານຈີນປະຈຳປີ2024ໄດ້ກຳນົດຢ່າງຈະແຈ້ງກ່ຽວກັບ10ວຽກງານຈຸດສຸມ, ໃນນີ້, ວຽກງານຈຸດສຸມອັນດັບໜຶ່ງແມ່ນ “ອອກແຮງຊຸກຍູ້ການສ້າງລະບົບອຸດສາຫະກຳທັນສະໄໝ, ເລັ່ງພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່.” ພາຍໃຕ້ການຊີ້ນຳຂອງທ່ານສີຈິ້ນຜິງ, ແຫ່ງຕ່າງໆຂອງຈີນພວມວາງແຜນການທີ່ຊັດເຈນຍິ່ງຂຶ້ນໃນການເລັ່ງພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ຕາມເງື່ອນໄຂເອື້ອອຳນວຍຂອງທ້ອງຖິ່ນຕົນ.

 

ອັນທີສອງ: ເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ

 

ເມື່ອເບິ່ງໃນຂອບເຂດທົ່ວປະເທດຈີນແລ້ວ, ບໍ່ວ່າຈະເປັນຈຸດສຸມວຽກງານເສດຖະກິດໃນປີນີ້ທີ່ກຳນົດອອກໃນກອງປະຊຸມວຽກງານເສດຖະກິດສູນກາງພັກກອມມູນິດຈີນ ຫຼື ຈຸດສຸມໃນການປະຕິບັດວຽກງານບໍລິຫານປະຈຳປີ2024ທີ່ກຳນົດໄວ້ຢ່າງຈະແຈ້ງໃນບົດລາຍງານວຽກງານລັດຖະບານ, “ການເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ” ລ້ວນແຕ່ຖືກຈັດໄວ້ຢູ່ໃນຖານະເປັນວຽກງານສຳຄັນ.

 



ທ່າກຳປັ່ນຕູ້ຄອນເທັນເນີສາກົນເສີງຫຼິງຈີ່ນະຄອນເຢ້ຢາງແຂວງຫູຫນານ

ເມື່ອສັງເກດເບິ່ງແຂວງຫູໜານແລ້ວ, ການສຸມໃສ່ສ້າງຈຸດສູງແຫ່ງການປະຕິຮູບແລະເປີດປະຕູສູ່ພາຍນອກຂອງເຂດພາກກາງແຜ່ນດິນໃຫຍ່ ແມ່ນໜຶ່ງໃນພາລະກຳການສ້າງ “3ຈຸດສູງ” ທີ່ສະເໜີໂດຍທ່ານສີຈິ້ນຜິງ. ເພິ່ນໄດ້ຮຽກຮ້ອງໃຫ້ແຂວງຫູໜານເປັນເຈົ້າການຮັບໃຊ້ຍຸດທະສາດແຫ່ງຊາດກ່ຽວກັບການເປີດປະຕູສູ່ພາຍນອກ, ລົງເລິກເຊື່ອມໂຍງເຂົ້າໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຊຸກຍູ້ການຄ້າກັບຕ່າງປະເທດໃຫ້ພັດທະນາດ້ວຍການປະດິດສ້າງ.